1 ປີຜ່ານມາ ຫສປທ ອະນຸມັດໂຄງການລົງທຶນຂອງລັດ ທັງໝົດ 7 ໂຄງການ ດ້ວຍງົບປະມານລົງທຶນທັງໝົດ 1.648,31 ລ້ານກີບ
ວັນທີ 31 ພຶດສະພາ 2022 ນີ້ ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າ ຫສປທ ໄດ້ຜ່ານບົດສະຫຼຸບ ແລະ ທິດທາງໃນຕໍ່ໜ້າ ໂດຍຊີ້ໃຫ້ເຫັນວ່າ: ຄະນະພັກ, ຄະນະນໍາທຸກຂັ້ນ ໄດ້ຊີ້ນໍາ-ນໍາພາວຽກງານການເມືອງ-ແນວຄິດ ເປັນປົກກະຕິ ໂດຍສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເຂົ້າສູ່ວຽກງານຕົວຈິງຂອງ ຫສປທ ຕິດພັນກັບຂະບວນການແຂ່ງຂັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແລະ ວຽກງານອື່ນໆ.
ໄດ້ອະນຸມັດໂຄງການລົງທຶນຂອງລັດ ທັງໝົດ 7 ໂຄງການ ດ້ວຍງົບປະມານລົງທຶນທັງໝົດ 1.648,31 ລ້ານກີບ, ໂຄງການສືບຕໍ່ມີ 5 ໂຄງການ (ສືບຕໍ່ຊໍາລະ, ວຽກງານຕົວຈິງ ແມ່ນສໍາເລັດ100%) ແລະ ໂຄງການສະເໜີໃໝ່ ມີ 2 ໂຄງການ ຄື: ໂຄງການຕິດກັນຊົນລະບຽງຊັ້ນ 2 ຂອງຫໍຄໍາ ແລະ ໂຄງການກໍ່ສ້າງສ້ອມແປງປະຕູ ແລະ ປ່ອງຢ້ຽມອາຄານຫໍຄໍາ ແຕ່ການປະຕິບັດຕົວຈິງ ໂຄງການດັ່ງກ່າວ ໄດ້ເອົາເຂົາແຜນປະຕິສັງຂອນໃຫຍ່ອາຄານຫໍຄໍາ ແລະ ໄດ້ສະເໜີຂໍດັດແກ້ອ່ວາຍທຶນຈ່າຍໂຄງການຕິດຕັ້ງກັນຊົນລະບຽງຊັ້ນ 2 ຂອງຫໍຄໍາ.
ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກ – ຄະນະນໍາ ຫ້ອງວ່າການສໍານັກງານປະທານປະເທດ ທີ່ໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາວຽກງານຂອງ ຫສປທ, ພ້ອມທັງ ເນັ້ນບາງບັນຫາ ເປັນຕົ້ນແມ່ນ
– ໃຫ້ຮັກສາມູນເຊື້ອ ແລະ ເສີມຂະຫຍາຍຈຸດດີທີ່ເປັນພື້ນຖານໃຫ້ດີຂຶ້ນກວ່າເກົ່າ;
– ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ອົງຄະນະພັກ ແລະ ແຜນພັດທະນາ 5 ປີ ຂອງ ຫສປທ ໃຫ້ປະກົດຜົນເປັນຈິງ;
– ສືບຕໍ່ຄົ້ນຄວ້າ ແລະ ປັບປຸງພາລະບົດບາດ ກໍຄືລັດຖະດໍາລັດ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ຫສປທ ໃຫ້ມີຄວາມຈະແຈ້ງ; ສືບຕໍ່ຄົ້ນຄວ້າ ແລະ ປັບປຸງນິຕິກໍາກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງບັນດາກົມ ໃຫ້ມີຄວາມສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ໃນໄລຍະໃໝ່;
– ເອົາໃຈໃສ່ປັບປຸງກົນໄກປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານມີຄວາມໂລ່ງລ່ຽນ ແລະ ມີຄວາມເປັນເອກະພາບກັນ ໃນແຕ່ລະບັນຫາກ່ອນທີ່ຈະນໍາສະເໜີຂໍການພິຈາລະນາອະນຸມັດ ຈາກການນໍາຂັ້ນສູງສຸດ;
– ຍົກສູງພາລະບົດບາດການເປັນເສນາທິການ ໃນການຄົ້ນຄວ້າສັງລວມ ເອກະສານທີ່ສໍາຄັນໆຕ່າງໆ ໃຫ້ມີຄວາມສອດຄ່ອງ, ຈະແຈ້ງ, ຍຸຕິທໍາ ແລະ ທັນເວລາ;
– ມີການມອບໝາຍວຽກງານໃຫ້ສະມາຊິກພັກ-ພະນັກງານ ຢ່າງຈະແຈ້ງ, ແນະນໍາ, ຊຸກຍູ້ ແລະ ຕິດຕາມກວດກາວຽກງານເປັນປະຈໍາ ດ້ວຍຄວາມຮັບຜິດຊອບສູງ;
– ເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນ ໃນການເປັນເສນາທິການໃຫ້ປະທານປະເທດ ແລະ ຮອງປະທານປະເທດ ໃນການເຄື່ອນໄຫວລັດຖະກິດ ທັງພາຍໃນ ແລະ ຕ່າງປະເທດ.
ໃນພິທີດັ່ງກ່າວ ຍັງໄດ້ຍ້ອງຍໍພະນັກງານ ແລະ ກົມກອງທີ່ມີຜົນງານດີເດັ່ນໃນການປະກອບສ່ວນປະຕິບັດໜ້າທີ່ວຽກງານຂອງ ສຫປທ ຕື່ມອີກ.