ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ.

ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ. -                                                                                         scaled - ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ.
ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ. - kitchen vibe - ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ.

ບັນດາທ່ານອາດເຄີຍໄດ້ຍິນຕະຫລອດວ່າຄົນເຮົາຄວນດື່ມນຳ້ຫລາຍໆ, ແຕ່ຄວາມຈິງແລ້ວມີບາງເວລາທີ່ບໍ່ຄວນດື່ມນຳ້ຫລາຍໆ. ປົກກະຕິແລ້ວຫາກຄິດກັນຄ່າວໆ ເຮົາຄວນດື່ມນຳ້ໃຫ້ໄດ້ປະມານ 6 – 8 ຈອກຕໍ່ມື້ ຈຶ່ງຈະເອີ້ນໄດ້ວ່າດື່ມນຳ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ, ແຕ່ກໍບໍ່ແມ່ນສະເໝີໄປໃນແຕ່ລະຄົນ ແລະ ໃນແຕ່ລະມື້. ການດື່ມນຳ້ຫລາຍ ໃນບ່ອນນີ້ໝາຍເຖິງ ການດື່ມນຳ້ເທື່ອດຽວຫລາຍໆຈອກ ເຖິງວ່າໃນທາງປະຕິບັດອາດຈະເຮັດໄດ້ ບໍ່ໄດ້ມີອັນຕະລາຍຫຍັງ, ແຕ່ໃນບາງໄລຍະເວລາ ການດື່ມນຳ້ເທື່ອລະຫລາຍໆ ອາດບໍ່ໄດ້ສົ່ງຜົນດີຕໍ່ຮ່າງກາຍດັ່ງທີ່ຄິດ.

     + ໄລຍະເວລາໃດແດ່ທີ່ທ່ານບໍ່ຄວນຈະດື່ມນຳ້ຫລາຍໆ :

ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ. - Visit Laos Visit SALANA BOUTIQUE HOTEL - ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ.
ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ. - Visit Laos Visit SALANA BOUTIQUE HOTEL - ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ.
  • ກ່ອນກິນອາຫານ : ຄວາມຈິງແລ້ວ ການດື່ມນຳ້ເລັກໆນ້ອຍໆປະມານ 1 ຈອກ ກ່ອນກິນເຂົ້າ ສົ່ງຜົນດີຕໍ່ຮ່າງກາຍໃນດ້ານຂອງການກຽມຄວາມພ້ອມຂອງທ້ອງຕໍ່ການເຮັດວຽກໃຫ້ມີປະສິດທິພາບຫລາຍຍິ່ງຂຶ້ນ. ນອກຈາກນີ້, ການດື່ມນຳ້ກ່ອນກິນເຂົ້າ ຍັງອາດເຮັດໃຫ້ເຮົາອີ່ມໄວຂຶ້ນ, ມີຄວາມຢາກອາຫານໜ້ອຍລົງ ຈຶ່ງເປັນວິທີທີ່ດີຕໍ່ຄົນທີ່ກຳລັງຫລຸດນຳ້ໜັກຢູ່, ແຕ່ບໍ່ຄວນດື່ມກ່ອນກິນເຂົ້າຫລາຍເກີນໄປ ອາດເຮັດໃຫ້ແໜ້ນທ້ອງໄດ້ ທາງທີ່ດີຄວນດື່ມນຳ້ເຄິ່ງຈອກ ກ່ອນກິນເຂົ້າ ປະມານ 30 ນາທີ.
  • ກ່ອນອອກກຳລັງກາຍ : ການດື່ມນຳ້ກ່ອນອອກກຳລັງກາຍ ສົ່ງຜົນດີຕໍ່ຮ່າງກາຍຄືກັບການດື່ມນຳ້ກ່ອນກິນເຂົ້າ, ແຕ່ເປັນການໃຫ້ປະໂຫຍດໃນດ້ານຂອງການຕື່ມນຳ້ໃຫ້ກັບຮ່າງກາຍໄດ້ຮູ້ສຶກສົດຊື່ນ ແລະ ກຽມພ້ອມກັບການອອກກຳລັງກາຍທີ່ເປັນກິດຈະກຳທີ່ເຮັດໃຫ້ຮ່າງກາຍສູນເສຍນຳ້ໄປເປັນຈຳນວນຫລາຍກ່ວາປົກກະຕິ, ແຕ່ການດື່ມນຳ້ໃນປະລິມານຫລາຍກ່ອນອອກກຳລັງກາຍບໍ່ເທົ່າໃດນາທີ ອາດເຮັດໃຫ້ເກີດອາການຈຸກແໜ້ນ ຫລື ຈຸກທ້ອງໃນລະຫ່ວາງອອກກຳລັງກາຍໄດ້ຄືກັນ. ດັ່ງນັ້ນຈຶ່ງຄວນດື່ມນຳ້ຈອກນ້ອຍໆ ຫລື ດື່ມນຳ້ກ່ອນອອກກຳລັງກາຍ 30 ນາທີ.
  • ກ່ອນນອນ : ບາງຄົນອາດຄິດວ່າໄລຍະເວລາກ່ອນນອນເປັນໄລຍະເວລາທີ່ຄວນດື່ມນຳ້ຫລາຍໆ ເພາະຮ່າງກາຍຈະຂາດນຳ້ເປັນເວລາດົນຈາກໄລຍະເວລາທີ່ນອນຫລັບໄປຫລາຍຊົ່ວໂມງ, ແຕ່ຄວາມຈິງແລ້ວ ການດື່ມນຳ້ຫລາຍໆກ່ອນນອນບໍ່ໄດ້ຊ່ວຍເລື່ອງການທົດແທນການຂາດນຳ້ລະຫ່ວາງການນອນຫລັບຫລາຍປານນັ້ນ ຫລື ເວົ້າງ່າຍໆຄື ລະຫ່ວາງທີ່ເຮົານອນຫລັບ ຮ່າງກາຍບໍ່ໄດ້ຕ້ອງການນຳ້ໃນປະລິມານຫລາຍຂະໜາດນັ້ນ ແລະ ການດື່ມນຳ້ຫລາຍໆກ່ອນນອນຍັງອາດເຮັດໃຫ້ເຮົາຕ້ອງລຸກຂຶ້ນມາເຂົ້າຫ້ອງນຳ້ເພື່ອຍ່ຽວຫລາຍໆເທື່ອໃນຕອນກາງຄືນ ເຮັດໃຫ້ນອນຫລັບບໍ່ເຕັມທີ່.
  • ຄວາມຈິງແລ້ວ ເຮົາຄວນງົດດື່ມນຳ້ກ່ອນເຂົ້ານອນ 4 ຊົ່ວໂມງ ແລະ ຄວນຍ່ຽວກ່ອນເຂົ້ານອນ ເພື່ອບໍ່ໃຫ້ຮ່າງກາຍຕ້ອງລຸກຂຶ້ນມາຍ່ຽວຂະນະທີ່ກຳລັງນອນຫລັບຢູ່ ຖ້າຫິວນຳ້ກ່ອນນອນ ຄວນດື່ມນຳ້ໜ້ອຍໜຶ່ງພໍດັບກະຫາຍກໍພຽງພໍແລ້ວ.
ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ. - 4 - ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ.
ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ. - 5 - ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ.
ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ. - 3 - ໄລຍະເວລາທີ່ທ່ານບໍ່ຄວນດື່ມນຳ້ຫລາຍໆ.