ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ.

ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ. -                                scaled - ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ.
ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ. - kitchen vibe - ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ.

   

  • ຜັກທຽມ : ສາເຫດຂອງກິ່ນຜັກທຽມມາຈາກເອັນໄຊທີ່ຖືກປ່ຽນເປັນສານອັລລິຊິນ ທີ່ເກີດຈາກການປາດ ຫລື ຫຍຳ້ ເຊິ່ງສານນີ້ປະກອບໃນກຸ່ມຊັລເຟີ ເຊິ່ງເຮັດໃຫ້ເກີດກິ່ນປາກ ແລະ ລົມຫາຍໃຈ ເຊິ່ງກິ່ນນີ້ອາດຈະຢູ່ໄດ້ເຖິງ 72 ຊົ່ວໂມງ ຫລື 3 ມື້. ເຖິງວ່າຈະເຮັດໃຫ້ມີກິ່ນແຮງ, ແຕ່ສານອັລລິຊິນໃນຜັກທຽມຊ່ວຍກະຕຸ້ນການເຮັດວຽກຂອງເອັນໄຊໃນການຕ້ານອະນຸມູນອິດສະລະ, ຫລຸດຄວາມດັນເລືອດ ແລະ ໄຂມັນໃນເລືອດ. ສ່ວນວິທີຫລຸດກິ່ນປາກຈາກການກິນຜັກທຽມນັ້ນ ມີຢູ່ 2 ວິທີ ຄື :
  1. ດື່ມນົມ : ໂດຍສະເພາະນົມທີ່ມີໄຂມັນ ຈະສາມາດຫລຸດກິ່ນໄດ້ດີກ່ວານົມພ່ອງມັນເນີຍ ຫລື ນົມຂາດມັນເນີຍ ເພາະນົມມີນຳ້ ແລະ ໄຂມັນເປັນສ່ວນປະກອບ ທີ່ສາມາດລະລາຍສານປະກອບຂອງສານຊັລເຟີທີ່ລະລາຍທັງໃນນຳ້ ແລະ ໃນນຳ້ມັນໄດ້ທັງສອງ ເຮັດໃຫ້ຫລຸດການລະເຫີຍຂອງກິ່ນຜັກທຽມໄດ້.
  2. ນຳ້ໝາກໄມ້ ຫລື ໝາກໄມ້ທີ່ມີລົດຊາດສົ້ມ : ນຳ້ໝາກນາວ, ນຳ້ໝາກກ້ຽງ ເພາະນຳ້ໝາກໄມ້ມີຄວາມເປັນກົດ ກົດສາມາດເຂົ້າໄປຂັດຂວາງເອັນໄຊທີ່ປ່ຽນສານໃນຜັກທຽມທີ່ມີກິ່ນອອກມາໄດ້.
  • ຜັກກະຖິນ ຫລື ໝາກກະຖິນ ລວມທັງໝາກສະຕໍ : ມີສານພືດເຄມີທີ່ຊ່ວຍຕ້ານອະນຸມູນອິດສະລະ ແລະ ຫລຸດນຳ້ຕານໃນເລືອດ, ມີສານທີ່ມີອົງປະກອບຊັລເຟີທີ່ເຮັດໃຫ້ເກີດກິ່ນປາກ ແລະ ລົມຫາຍໃຈຄືກັນ ແລະ ຮ່າງກາຍຂອງເຮົາຈະໄລ່ອອກທາງນຳ້ຍ່ຽວ ເຮັດໃຫ້ນຳ້ຍ່ຽວຂອງເຮົາມີກິ່ນກະຖິນນຳ. ສ່ວນວິທີກຳຈັດກິ່ນແມ່ນໃຫ້ທ່ານກິນໝາກເຂືອເຜາະ ເພາະມີສານພືດເຄມີ ແລະ ເອັນໄຊໂພລີຟີນອລ ອອກຊິເດສ ທີ່ເຮັດປະຕິກິລິຍາກັບສ່ວນປະກອບຊັລເຟີ ຊ່ວຍຫລຸດກິ່ນຂອງກະຖິນໄດ້.
  • ຫົວຜັກບົ່ວ : ເປັນພືດກຸ່ມດຽວກັບຜັກທຽມ ມີສານປະກອບຊັລເຟີ ຫລື ອັລລິຊິນ ທີ່ເຮັດໃຫ້ເກີດກິ່ນສະເພາະໂຕໄດ້ຄືກັນ. ນອກຈາກນີ້, ຍັງມີອົງປະກອບຂອງອາຫານສຳລັບຈຸລິນຊີສຸຂະພາບ ທີ່ຊ່ວຍໃຫ້ລະບົບທາງເດີນອາຫານເຮັດວຽກໄດ້ດີຍິ່ງຂຶ້ນ. ສ່ວນວິທີຫລຸດກິ່ນປາກ ຫາກທ່ານກິນຫົວຜັກບົ່ວດິບ ສາມາດກິນຄູ່ກັບຜັກສະຫລັດໄດ້ ເພາະຜັກກະຫລັດດິບມີສານພືດເຄມີ ແລະ ເອັນໄຊໂພລີຟີນອລ ອອກຊິເດສ ທີ່ຊ່ວຍຫລຸດກິ່ນຂອງຫົວຜັກບົ່ວໄດ້.
  • ໝາກຖົ່ວລຽນ : ມີສານຊັລເຟີທີ່ລະເຫີຍໄດ້ງ່າຍ ເຮັດໃຫ້ມີກິ່ນຕິດປາກ ແລະ ລົມຫາຍໃຈເມື່ອກິນເຂົ້າໄປ ຫາກກິນຫລາຍໆອາດເປັນການເພີ່ມຄວາມສ່ຽງພະຍາດຊຳ້ເຮື້ອຕ່າງໆ ເຊັ່ນ : ເບົາຫວານ ແລະ ພະຍາດຫົວໃຈ ແລະ ຫລອດເລືອດ. ສ່ວນວິທີກຳຈັດກິ່ນແມ່ນໃຫ້ກິນຄູ່ກັບໝາກແອັບເປິ້ນ ເພາະໝາກແອັບເປິ້ນມີສານພືດເຄມີ ແລະ ເອັນໄຊໂພລີຟີນອລ ອອກຊິເດສ ທີ່ຈະໄປເຮັດປະຕິກິລິຍາກັບສານຊັລເຟີ ເຮັດໃຫ້ຊ່ວຍຫລຸດກິ່ນຂອງໝາກຖົ່ວລຽນໄດ້.
  • ກະປິ ແລະ ປາແດກ : ຜ່ານການຖະໜອມອາຫານໂດຍການໝັກ ຫລື ດອງ ເຮັດໃຫ້ມີກິ່ນຈາກການໝັກດອງເກີດຂຶ້ນ. ນອກຈາກນີ້, ຍັງມີໂຊດຽມຫລາຍທີ່ເຮັດໃຫ້ໝາກໄຂ່ຫລັງ ແລະ ຫົວໃຈຂອງເຮົາເຮັດວຽກໜັກຫລາຍຂຶ້ນນຳອີກ. ສ່ວນວິທີຫລຸດກິ່ນປາກຈາກກະປິ ແລະ ປາແດກນັ້ນ ເປືອກຂອງໝາກໄມ້ບາງຊະນິດ ເຊັ່ນ : ໝາກກ້ຽງ ແລະ ໝາກນາວ ຈະມີນຳ້ມັນຫອມລະເຫີຍ ທີ່ຊ່ວຍຫລຸດກິ່ນຂອງກະປິ ແລະ ປາແດກໄດ້ ໂດຍກິນໝາກກ້ຽງ ຫລື ໝາກນາວຝານບາງໆ (ຕິດເປືອກ) ຫຍຳ້ໃນປາກຫລັງຈາກກິນກະປິ ຫລື ປາແດກ. ນອກຈາກນີ້, ຖ້າມີກິ່ນຕິດມື ຫລື ຜິວໜັງ ສາມາດໃຊ້ເປືອກໝາກກ້ຽງ ຫລື ໝາກນາວຖູບໍລິເວນທີ່ມີກິ່ນ ແລະ ລ້າງອອກ ກໍສາມາດກຳຈັດກິ່ນບໍ່ເພິງປະສົງເຫລົ່ານັ້ນໄດ້ຄືກັນ.
ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ. - 5 - ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ.
ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ. - 4 - ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ.
ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ. - 3 - ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ.
ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ. - Visit Laos Visit SALANA BOUTIQUE HOTEL - ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ.
ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ. - Visit Laos Visit SALANA BOUTIQUE HOTEL - ວິທີດັບກິ່ນປາກຈາກ ຜັກທຽມ, ຜັກບົ່ວ, ກະຖິນ, ກະປິ, ປາແດກ.