ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ

ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ - 285826310 736068797841823 230099588495376103 n - ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ
ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ - kitchen vibe - ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ
ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ພາຍໃຕ້ການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ພັອ ບຸນລ້ອມ ອຸດົມສຸກ ຮອງຫົວໜ້າກົມການທະຫານທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານສຶກສາອົບຮົມວຽກງານ ປກຊ-ປກສ ຂອງແຂວງໃນໄລຍະຜ່ານມາ. ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ຂັ້ນແຂວງ ຊຶ່ງໄດ້ຕົກລົງແຕ່ງຕັ້ງທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ເປັນປະທານ, ທ່ານ ພັອ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ເປັນຮອງ (ເປັນຜູ້ປະຈຳການຂອງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງ), ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເປັນຮອງ ແລະ ຄະນະອີກ 8 ທ່ານ, ໂດຍພະແນກການທະຫານທ້ອງຖິ່ນແຂວງ ເປັນກອງເລຂານຸການຂອງຄະນະກຳມະການ ຊຶ່ງໃນຂໍ້ຕົກລົງດັ່ງກ່າວຍັງໄດ້ລະບຸສິດ, ໜ້າທີ່ຂອງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງ ຢ່າງລະອຽດນຳອີກ.
อาจเป็นรูปภาพของ 6 คน และ สถานที่ในร่ม ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ - 285687215 736068847841818 9201167652692628661 n - ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ
ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງມີບາງຕອນທ່ານໄດ້ກ່າວວ່າ: ວຽກງານສຶກສາປ້ອງກັນຊາດ ແມ່ນວຽກໜຶ່ງທີ່ສຳຄັນຂອງພັກ-ລັດເຮົາ ເພື່ອແນໃສ່ຮັບປະກັນສ້າງຄວາມພ້ອມດ້ານຕ່າງໆ ໃຫ້ແກ່ວຽກງານ ປກຊ-ປກສ ໂດຍຜ່ານການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ກໍຄືຕໍ່ການປະຕິບັດກົດໝາຍ ວ່າດ້ວຍປ້ອງກັນຊາດຂອງພົນລະເມືອງລາວທຸກຄົນ, ທຸກອົງການຈັດຕັ້ງສອດຄ່ອງກັບການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ປົກປັກຮັກສາຊີວິດ ແລະ ຊັບສິນຂອງປະຊາຊົນ, ຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕ ປະຊາຊົນ ຕາມທີ່ໄດ້ກຳນົດໃນລັດຖະທຳມະນູນແຫ່ງ ສປປ ລາວ, ການອົບຮົມວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບນີ້ ແມ່ນການໃຫ້ຄວາມຮູ້ພື້ນຖານດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ບຸກຄະລາກອນໃນເບື້ອງຕົ້ນ ເພື່ອສ້າງເງື່ອນໄຂຄວາມສະດວກໃນການເຄື່ອນໄຫວເຮັດໜ້າທີ່ໃນເມື່ອມີຄວາມຕ້ອງການ ທັງຮັບປະກັນໄດ້ປະສິດທິພາບ ແລະ ປະສິດທິຜົນຂອງວຽກງານ.
(ຂ່າວ-ພາບ: ສະຫວັນນະເຂດ)
ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ - 5 - ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ
ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ - 3 - ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ
ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ - 4 - ສະຫວັນນະເຂດ ແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງສະຫວັນນະເຂດ