5 ວິທີຄວບຄຸມຄວາມຫິວ ເພື່ອການຫລຸດນຳ້ໜັກທີ່ງ່າຍຂຶ້ນ.
June 2, 2022 - 11:20 AM
ການຄວບຄຸມຄວາມຫິວອາດຈະເປັນອຸປະສັກທີ່ໃຫຍ່ທີ່ສຸດເມື່ອທ່ານກຳລັງຫລຸດນຳ້ໜັກ, ຄົນສ່ວນຫລາຍຈົ່ມເລື່ອງການຄວບຄຸມຄວາມຫິວຫລາຍກ່ວາເລື່ອງອື່ນ, ບາງຄົນອາດຈະຈົ່ມກ່ຽວກັບການນັບກາລໍຣີ ຫລື ການຈົດບັນທຶກສິ່ງທີ່ກິນໃນແຕ່ລະມື້, ບາງຄົນອາດຈະຈົ່ມເລື່ອງການຫາເວລາອອກກຳລັງກາຍ, ແຕ່ບໍ່ມີມື້ໃດເລີຍທີ່ບໍ່ມີໃຜບອກວ່າພວກເຂົາບໍ່ສາມາດຢຸດຄວາມຢາກອາຫານໄດ້ ແລະ ຍັງຫິວຢູ່ຕະຫລອດເວລາ. ຕໍ່ໄປນີ້ແມ່ນຫລາກຫລາຍເຄັດລັບຈາກຜູ້ຊ່ຽວຊານທີ່ຈະຊ່ວຍໃຫ້ທ່ານຄວບຄຸມອາຫານໄດ້ຢ່າງເປັນທຳມະຊາດ ແຕ່ຂັ້ນທຳອິດກໍຄື ຕ້ອງຮູ້ໂຕກ່ອນວ່າ ທ່ານກຳລັງຫິວແທ້ໆຫລືບໍ່ ?
- ຈະຮູ້ໄດ້ແນວໃດວ່າທ່ານກຳລັງຫິວແທ້ໆ : ຄວາມຮູ້ສຶກຫິວບໍ່ໄດ້ຄືກັບການຢາກກິນຫຍັງຈັກຢ່າງ, ມີສັນຍານທີ່ຈະແຈ້ງບາງຢ່າງ ເຊິ່ງຊ່ວຍໃຫ້ທ່ານໄຈ້ແຍກຄວາມຫິວທີ່ເກີດຂຶ້ນຈາກຄວາມເຄັ່ງຄຽດ ຫລື ອາລົມອອກຈາກຄວາມຫິວທີ່ແທ້ຈິງຂອງຮ່າງກາຍໄດ້. ກ່ອນອື່ນໝົດໃຫ້ຖາມຕົນເອງໂດຍຄຳຖາມເຫລົ່ານີ້ : ທ້ອງຂອງທ່ານຮ້ອງຫລືບໍ່ ? ລະດັບພະລັງງານຂອງທ່ານກຳລັງຫລຸດລົງຫລືບໍ່ ? ແລະ ທ່ານມີອາການສະໝອງອິດເມື່ອຍອ່ອນເພຍ ຫລື ຮູ້ສຶກຫງຸດຫງິດແດ່ຫລືບໍ່ ? ຖ້າທ່ານຮູ້ສຶກວ່າມີອາການໃດໆເຫລົ່ານີ້ ທ່ານອາດຈຳເປັນຕ້ອງຕື່ມພະລັງງານ. ອາການເຫລົ່ານີ້ແມ່ນອາການທົ່ວໄປຂອງຄວາມຫິວທີ່ແທ້ຈິງ ເມື່ອທ່ານຮູ້ສຶກແບບນີ້ ຮ່າງກາຍຂອງທ່ານຈະຕອບສະໜອງເມື່ອທ່ານກິນຫຍັງເຂົ້າໄປແລ້ວ ທ່ານຈະຮູ້ສຶກດີຂຶ້ນ ຖ້າທ່ານກຳລັງກິນໂດຍເຫດຜົນອື່ນນອກຈາກຄວາມຫິວ ບໍ່ວ່າໂດຍຄວາມເບື່ອໜ່າຍ, ຄວາມຄຽດ ຫລື ຄວາມເສົ້າ ອາຫານຈະບໍ່ຊ່ວຍໃຫ້ທ່ານຮູ້ສຶກດີຂຶ້ນ ຫລື ຫາກຊ່ວຍໄດ້ ທ່ານກໍຈະຮູ້ສຶກດີໄດ້ພຽງບໍ່ດົນ ຖ້າທ່ານກຳລັງປະສົບກັບອາລົມ ຫລື ຄວາມເຄັ່ງຄຽດ ຫລື ຢາກກິນອາຫານບາງຢ່າງພຽງເພາະເບິ່ງເປັນຕາແຊບ ຫລື ກິ່ນຫອມ ທ່ານອາດຈະບໍ່ໄດ້ຫິວແທ້ໆ ໃນກໍລະນີ້ນັ້ນທ່ານຕ້ອງຫາວິທີອື່ນໃນການຈັດການກັບຄວາມຢາກກິນ.
- ວິທີຄວບຄຸມຄວາມຫິວ ເພື່ອການຫລຸດນຳ້ໜັກທີ່ງ່າຍຂຶ້ນ : ຄວາມຫິວເປັນອາການທ້ອງຮ້ອງ, ພະລັງງານຕໍ່າ ຫລື ຄວາມຫງຸດຫງິດທີ່ມັກເກີດຂຶ້ນເມື່ອຮ່າງກາຍຕ້ອງການພະລັງງານ ແລະ ເນື່ອງຈາກຄວາມຫິວທີ່ແທ້ຈິງເຮັດໃຫ້ທ່ານຢາກອາຫານ ທ່ານຈຶ່ງຕ້ອງຮຽນຮູ້ເຄັດລັບເພື່ອສຸຂະພາບ ແລະ ຢຸດຄວາມຫິວນັ້ນລົງ ຫາກເປົ້າໝາຍຂອງທ່ານແມ່ນການຫລຸດນຳ້ໜັກໂດຍການຈຳກັດກາລໍຣີ ແລະ ຕໍ່ໄປນີ້ແມ່ນ 5 ເຄັດລັບທີ່ດີໃນການຄວບຄຸມຄວາມຫິວ ແລະ ລະງັບຄວາມຢາກອາຫານຂອງທ່ານ.
- ໃຊ້ໂປຣຕິນເປັນໂຕທຳລາຍຄວາມຫິວ : ໂປຣຕິນກຳຈັດຄວາມຫິວໄດ້ດີກ່ວາຄາໂບໄຮເດຣດ ຫລື ໄຂມັນ ດັ່ງນັ້ນ ເຮົາຄວນເພີ່ມໂປຣຕິນທີ່ບໍ່ມີໄຂມັນໃນອາຫານແຕ່ລະຄາບ ຫລື ໃນອາຫານວ່າງ ທັງນີ້ ໃນຄວາມຈິງແລ້ວ ໂປຣຕິນບໍ່ພຽງມີຜົນໃນດ້ານລະບົບຍ່ອຍອາຫານເທົ່ານັ້ນ, ແຕ່ຍັງສົ່ງຜົນຕໍ່ສານເຄມີໃນສະໝອງ ເຊິ່ງຊ່ວຍໃຫ້ທ່ານຮູ້ສຶກເພິງພໍໃຈ ແລະ ຈິດໃຈປອດໂປ່ງນຳອີກ.
- ດື່ມນຳ້ ແລະ ກິນອາຫານທີ່ມີໄຟເບີຫລາຍ : ນຳ້ ແລະ ໄຟເບີບໍ່ມີກາລໍຣີ ແຕ່ນຳ້ ແລະ ອາຫານໄຟເບີຫລາຍທີ່ມີປະລິມານຫລາຍຈະຊ່ວຍຕື່ມພື້ນທີ່ໃນກະເພາະອາຫານຂອງທ່ານ ເຮັດໃຫ້ທ່ານອີ່ມທ້ອງ. ພືດຜັກສ່ວນຫລາຍ(ຍົກເວັ້ນຈຳພວກແປ້ງ ເຊັ່ນ : ມັນຝຣັ່ງ, ໝາກສາລີ ແລະ ຖົ່ວ) ມີກາລໍຣີໜ້ອຍ ເພາະມີນຳ້ ແລະ ໄຟເບີຫລາຍ. ໝາກໄມ້ທີ່ມີນຳ້ຫລາຍ ເຊັ່ນ : ໝາກໂມ ແລະ ໝາກນັດ ແລະ ໝາກໄມ້ທີ່ມີໄຟເບີຫລາຍ ເຊັ່ນ : ໝາກເບີຣີ ສາມາດຊ່ວຍໃຫ້ອີ່ມທ້ອງໄດ້ ທັງຍັງມີກາລໍຣີໜ້ອຍ.
- ການອອກກຳລັງກາຍສາມາດຊ່ວຍຄວບຄຸມຄວາມຫິວ : ການອອກກຳລັງກາຍສາມາດລະງັບຮໍໂມນຄວາມຫິວ ເຊິ່ງຊ່ວຍຄວບຄຸມຄວາມຢາກອາຫານຂອງທ່ານໄດ້, ແຕ່ເພື່ອໃຫ້ທ່ານເຮັດກິດຈະກຳຕ່າງໆໄດ້ ຮ່າງກາຍຂອງທ່ານຈຳເປັນຕ້ອງໄດ້ຮັບພະລັງງານຢ່າງເໝາະສົມ ໃນບາງເທື່ອລະຫ່ວາງການຫລຸດນຳ້ໜັກ ຫລາຍຄົນອາດຈະຫລຸດກາລໍຣີລົງຫລາຍເກີນໄປ ຈົນບໍ່ມີພະລັງງານໃນການອອກກຳລັງກາຍ. ດັ່ງນັ້ນ, ການອອກກຳລັງກາຍເພື່ອລະງັບຄວາມຫິວ ຈຶ່ງບໍ່ໄດ້ຜົນ. ຫລາຍຄົນມັກບອກວ່າພວກເຂົາຮູ້ສຶກວ່າການອອກກຳລັງກາຍເຮັດໃຫ້ຫິວ ແລະ ເຮັດໃຫ້ກິນຫລາຍຂຶ້ນ, ແຕ່ຫລາຍເທື່ອສາເຫດເປັນຍ້ອນພວກເຂົາຕື່ມພະລັງງານຢ່າງບໍ່ຖືກຕ້ອງໃນໄລຍະເວລາກ່ອນ ແລະ ຫລັງການອອກກຳລັງກາຍ.
- ດື່ມນຳ້ເພື່ອໃຫ້ຮູ້ສຶກຫິວໜ້ອຍລົງ : ການດື່ມນຳ້ໃນລະຫ່ວາງການກິນອາຫານ ຈະເຮັດໃຫ້ຮູ້ສຶກອີ່ມທ້ອງຫລາຍຂຶ້ນ ບາງຄົນສັບສົນລະຫ່ວາງຄວາມກະຫາຍນຳ້ກັບຄວາມຫິວ. ດັ່ງນັ້ນ, ເຖິງວ່າຮ່າງກາຍຈະກະຫາຍນຳ້ ແຕ່ສຸດທ້າຍພວກເຂົາກໍຈົບລົງໂດຍການກິນອາຫານແທນ ຫາກທ່ານດື່ມນຳ້ຢ່າງພຽງພໍ ທ່ານກໍຈະກິນອາຫານໜ້ອຍລົງເອງ.
- ການກິນອາຫານຄາບນ້ອຍໆ ແລະ ກິນຫລາຍເທື່ອ ຊ່ວຍຫລຸດຄວາມຢາກອາຫານຂອງທ່ານໄດ້ : ເມື່ອທ່ານກິນອາຫານຄາບນ້ອຍໆ ທຸກ 2 – 3 ຊົ່ວໂມງ ຈະຊ່ວຍເຮັດໃຫ້ລະດັບນຳ້ຕານຂອງທ່ານຄົງທີ່ໝົດມື້ ນີ້ເປັນເລື່ອງສຳຄັນ ເພາະລະດັບນຳ້ຕານທີ່ຫລຸດລົງຈະເຮັດໃຫ້ຫິວຫລາຍຍິ່ງຂຶ້ນ ແລະ ເຖິງວ່າທ່ານຈະຄິດວ່າປະລິມານອາຫານທີ່ໜ້ອຍລົງຈະບໍ່ພຽງພໍສຳລັບທ່ານ, ແຕ່ການທີ່ຮູ້ວ່າຈະໄດ້ກິນອາຫານອີກຄັ້ງໃນອີກ 2 – 3 ຊົ່ວໂມງຂ້າງໜ້າ ມັກຈະເຮັດໃຫ້ທ່ານຈັດການກັບຄວາມຫິວໄດ້ງ່າຍຂຶ້ນ.