7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ

7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ -                                                                                                                                          - 7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ
7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ - kitchen vibe - 7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ

 

ອາການນອນໂກນ ຫລື ພາວະຢຸດຫາຍໃຈຂະນະຫຼັບ ເປັນບັນຫາລົບກວນໃນການນອນຫຼັບທີ່ພົບຫຼາຍໃນຄົນໄວອາຍຸ 30-35ປີ, ກຸ່ມຜູ້ຊາຍພົບໄດ້ປະມານ 20 ຫາ 30% ສ່ວນແມ່ຍິງພົບພຽງ 10-15% ໂດຍສະເພາະຄົນທີ່ຢູ່ໃນໄວເຮັດວຽກ.

7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ - Visit Laos Visit SALANA BOUTIQUE HOTEL - 7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ
7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ - Visit Laos Visit SALANA BOUTIQUE HOTEL - 7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ

ອາການນອນໂກນນັ້ນ ເກີດຈາກຊ່ອງທາງເດີນຫາຍໃຈສ່ວນຕົ້ນຂອງເຮົາ ມີການຕີບແຄບລົງ ເຮັດໃຫ້ລົມຫາຍໃຈທີ່ຜ່ານເຂົ້າມາຜ່ານຊ່ອງທີ່ແຄບນີ້ ກາຍເປັນສຽງໂກນຂຶ້ນ. ສຽງໂກນທີ່ເກີດຂຶ້ນນີ້ ອາດແຕກຕ່າງກັນໄປ ຂຶ້ນຢູ່ກັບຕໍາແໜ່ງຂອງອະໄວຍະວະທີ່ເກີດການສັ່ນ ສ້າງຄວາມໜ້າລໍາຄານໃຫ້ແກ່ຄົນນອນທາງຂ້າງຫຼາຍ.

ແນວໃດກໍ່ຕາມ ເຊື່ອວ່າຫຼາຍທ່ານຕ້ອງການແກ້ບັນຫານີ້ໃຫ້ໝົດໄປ ດັ່ງນັ້ນ ມື້ນີ້ ກໍບໍ່ພາດທີ່ຈະນໍາເທັກນິກດີໆມາໃຫ້ ໄດ້ນໍາໄປທົດລອງເຮັດນໍາກັນ ເຊິ່ງມີຢູ່ 7 ວິທີຄື:

  • ຢຸດກິນອາຫານກ່ອນນອນ 3ຊົ່ວໂມງ;
  • ງົດການສູບຢາກ່ອນນອນ
  • ກົ້ມໜ້າໃສ່ອາຍນໍ້າຮ້ອນ ໃຫ້ດັງຢູ່ເໜືອນໍ້າປະມານ 15 ຊັງຕີແມັດ ຫາຍໃຈເຂົ້າເລິກໆ 5-7ນາທີ ເພື່ອໃຫ້ຮູດັງໂລ່ງ ຫາຍໃຈສະດວກ;
  • ເປີດເຄື່ອງເພີ່ມຄວາມຊື້ນໃນອາກາດ
  • ຫລຸດນໍ້າໜັກ;
  • ນອນໝອນສູງ ແລະ ສະອາດ;
  • ຝຶກນອນສະແຄງ ເພາະການນອນຫງາຍເຮັດໃຫ້ໂຄນລີ້ນ ແລະ ເພດານອ່ອນປິດກັ້ນຊ່ອງທາງການຫາຍໃຈ.
7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ - 5 - 7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ
7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ - 4 - 7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ
7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ - 3 - 7 ວິທີແກ້ເພື່ອບໍ່ໃຫ້ນອນໂກນ