ໄອໂອຊີ ກວດຄວາມພ້ອມຊັບໂປໂຣ ຫລັງສະເຫນີເປັນເຈົ້າພາບ ໂອລິມປິກລະດູໜາວ 2023
ເຈົ້າຫນ້າທີ່ຂອງຄະນະກຳມະການໂອລິມປິກສາກົນ ຫລື (IOC) ເດີນທາງໄປກວດສອບສະຖານທີ່ຈັດການ ແຂ່ງຂັນໃນເມືອງ ປັບໂປໂຣ ປະເທດຍີ່ປຸ່ນ ຫລັງພວກເຂົາຍື່ນຂໍສະເຫນີເປັນເຈົ້າພາບຈັດ ໂອລິມປິກ ລະດູຫນາວ 2030.
ສຳລັບ ຊັບໂປໂຣ ເປັນຫນຶ່ງໃນເມືອງທີ່ຍື່ນສະເຫນີຕົວເປັນເຈົ້າພາບຈັດການແຂ່ງຂັນ ໂອລິມປິກ ລະດູຫນາວ 2030 ໃນຂະນະນີ້ ຮ່ວມກັບ ບາເຊໂລນາ-ພີເຣນິສ ປະເທດສະເປນ, ຊອລ ເລກ ຊິຕີ ປະເທດສະຫະລັດ ອາເມລິກາ ແລະ ແວນຄູເວີ-ວິສເລີ ປະເທດ ການາດາ.
ໂດຍຫນ້ານີ້ ເຈົ້າຫນ້າທີ່ຈາກ ໄອໂອຊີ ໄດ້ເດີນທາງໄປຍັງ ຊອລ ເລກ ຊິຕີ ແລະ ແວນຄູເວີ ເພື່ອກວດສອບເລື່ອງຄວາມພ້ອມ ຕ່າງໆໃນການເປັນເຈົ້າພາບດ້ວຍຕົວເອງແລ້ວ.
ຫລ້າສຸດ ສື່ລາຍງານວ່າ : ຄະນະຜູ້ແທນຂອງ ໄອໂອຊີ ເດີນທາງໄປກວດສອບສະຖານທີ່ຈັດການແຂ່ງຂັນໃນ ຊັບໂປໂຣ ລວມເຖິງຍັງວາງແຜນທີ່ຈະກວດສອບການເຂົ້າເຖິງຖະຫນົນໃນ ແລະ ຮອບໆເມືອງທາງຕອນເຫນືອຂອງ ປະເທດຍີ່ປຸ່ນລະ ຫວ່າງການເດີນທາງຢາມ 3 ມື້ນຳອີກ.
ທັງນີ້ ຍັງບໍ່ມີກຳນົດການວ່າ ໂອລິມປິກ ລະດູຫນາວ 2030 ຈະມີການເລືອກເຈົ້າພາບຢ່າງເປັນທາງການເມື່ອໃດ.