ປກສ ແຂວງຫົວພັນ ໄດ້ຈັດພິທີປະກາດປ່ອຍຕົວນັກໂທດກ່ອນກໍານົດ 19 ຄົນ
June 2, 2022 - 4:32 PM
ວັນທີ 24 ພຶດສະພາ 2022 ຜ່ານມານີ້, ຄ້າຍຄຸມຂັງ ສູນວັງລົມ ປກສ ແຂວງຫົວພັນ ໄດ້ຈັດພິທີປະກາດ ປ່ອຍຕົວນັກໂທດກ່ອນກໍານົດໂດຍມີເງື່ອນໄຂ, ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ທອງສະຫວັດ ຜູ້ພິພາກສາ ສານປະຊາຊົນ ແຂວງຫົວພັນ, ມີຜູ້ຕາງຫນ້າ ອົງການໄອຍາການປະຊາຊົນແຂວງ, ຜູ້ຕາງຫນ້າສານ ປະຊາຊົນ ຕະຫຼອດຮອດນັກໂທດທີ່ໄດ້ຮັບການອະໄພຍະໂທດ ເຂົ້າຮ່ວມ.
ການອະນຸມັດປ່ອຍຕົວນັກໂທດກ່ອນກໍານົດຄັ້ງນີ້ ຈໍານວນ 19 ຄົນ ຍິງ 3 ຄົນ; ເຊິ່ງນັກໂທດຈໍານວນດັ່ງກ່າວຕະຫຼອດໄລຍະທີ່ຜ່ານມາໃນການປະຕິບັດໂທດແມ່ນມີການປະພຶດຕົນເອງດີ, ມີຄວາມກ້າວຫນ້າ ແລະ ໄດ້ຮັບການເປັນບຸກຄົນທີ່ດີໃນການດັດສ້າງຕະຫຼອດມາ.
ສະນັ້ນ, ຈຶ່ງໄດ້ຮັບການປ່ອຍຕົວກ່ອນກໍານົດໂດຍ ມີເງື່ອນໄຂ ຕາມຄໍາຖະແຫຼງຂອງຫົວຫນ້າອົງການ ໄອຍາການປະຊາຊົນ ແຂວງຫົວພັນ ວ່າດ້ວຍການປ່ອຍຕົວນັກໂທດກ່ອນກໍານົດໂດຍມີເງື່ອນໄຂ ສະບັບ ເລກທີ 02/ອກຍຫພ ລົງວັນທີ 9 ພຶດສະພາ 2022.