ປະທານາທິບໍດີສີລັງກາຢືນຢັນ “ບໍ່ລາອອກ” ເຖິງວ່າຜູ້ປະທ້ວງກົດດັນໜັກ ອ້າງປະເທດຕ້ອງມີຜູ້ນຳເພື່ອຜ່ານວິກິດ
ປະທານາທິບໍດີສີລັງກາຍອມໃຫ້ແກ້ລັດຖະທຳມະນູນເພື່ອຄືນອຳນາດໃຫ້ສະພາ, ແຕ່ຢືນຢັນບໍ່ຄິດລາອອກຈົນກວ່າຈະຄົບວາລະ, ອ້າງປະເທດຕ້ອງມີຜູ້ນຳຕໍ່ໄປເພື່ອຜ່ານພົ້ນວິກິດເສດຖະກິດ.
ວັນທີ 1 ມິຖຸນາ 2022, ສຳນັກຂ່າວບລູມເບິກ (Bloomberg) ລາຍງານວ່າ: ປະທານາທິບໍດີ ໂກຕາບາຢາ ຣາຊປັກສາ ຂອງສີລັງກາ ຍັງຢືນຢັນວ່າທ່ານຈະບໍ່ລາອອກຈາກຕຳແໜ່ງປະທານາທິບໍດີ ເຖິງວ່າຖືກກົດດັນໜັກຈາກຜູ້ປະທ້ວງທີ່ຕ້ອງການໃຫ້ທ່ານລົງຈາກຕຳແໜ່ງທັນທີ ເນື່ອງຈາກບໍ່ພໍໃຈການບໍລິຫານງານທີ່ລົ້ມເຫລວຂອງລັດຖະບານ ເຮັດໃຫ້ເກີດວິກິດເສດຖະກິດຂັ້ນຮຸນແຮງຂຶ້ນໃນປະເທດ.
ບລູມເບິກອ້າງການເປີດເຜີຍຂອງທ່ານ ວິເຈດາສາ ຣາຊປັກສີ ລັດຖະມົນຕີກະຊວງຍຸຕິທຳຂອງສີລັງກາວ່າ: ປະທານາທິບໍດີ ຣາຊປັກສາ ໄດ້ກ່າວຕໍ່ສະມາຊິກສະພານິຕິບັນຍັດຊຸດໃໝ່ທີ່ກຳລັງຈະເຂົ້າຮ່ວມຄະນະລັດຖະບານ ລວມທັງທ່ານ ຣານິລ ວິກຳສິງເຫ ນາຍົກລັດຖະມົນຕີຄົນໃໝ່ ໃນລະຫວ່າງກອງປະຊຸມໃນເດືອນພຶດສະພາຜ່ານມາວ່າ: ທ່ານບໍ່ສາມາດລົງຈາກຕຳແໜ່ງປະທານາທິບໍດີໄດ້, ແຕ່ຍິນດີຈະຫລຸດອຳນາດຂອງຕົນເອງລົງ.
ທ່ານ ຣາຊປັກສີ ໃຫ້ສຳພາດຕໍ່ບລູມເບິກນິວຢູ່ສຳນັກງານໃນນະຄອນຫລວງໂຄລຳໂບວ່າ: “ປະທານາທິບໍດີ ຣາຊປັກສາ ຈະບໍ່ລົງເລືອກຕັ້ງຄັ້ງຕໍ່ໄປ ຫລັງຈາກໝົດວາລານີ້, ແຕ່ຂ້າພະເຈົ້າບໍ່ສາມາດຕອບໄດ້ວ່າຈະຢູ່ໄດ້ຄົບວາລະ ຫລື ບໍ່ ເພາະຍັງບໍ່ມີຫຍັງແນ່ນອນ”.
ເຖິງຢ່າງໃດກໍດີ, ເຖິງວ່າຕາມກຳນົດເກົ່າ ສີລັງກາຈະຈັດການເລືອກຕັ້ງປະທານາທິບໍດີຄັ້ງຕໍ່ໄປໃນເດືອນພຶດສະພາ 2023, ແຕ່ທ່ານ ຣາຊປັກສີ ລະບຸວ່າ: ການເລືອກຕັ້ງຈະເກີດຂຶ້ນໄດ້ກໍຕໍ່ເມື່ອສີລັງກາມີສະຖານະທາງເສດຖະກິດດີຂຶ້ນ ແລະ ປະຊາຊົນຕ້ອງການໃຫ້ມີການເລືອກຕັ້ງເກີດຂຶ້ນ.
ທ່ານ ຣາຊປັກສີ ກ່າວອີກວ່າ: ປະທານາທິບໍດີ ໂກຕາບາຢາ ຣາຊປັກສາ ຍິນຍອມຈະແກ້ໄຂລັດຖະທຳມະນູນ ເຊິ່ງກ່ອນໜ້ານີ້ໄດ້ມີການເພີ່ມອຳນາດໃຫ້ປະທານາທິບໍດີພາຍໃຕ້ບົດບັນຍັດໃນລັດຖະທຳມະນູນສະບັບທີ 20 ກັບມາໃຊ້ລັດຖະທຳມະນູນສະບັບທີ 19 ເຊິ່ງມີການຈຳກັດອຳນາດການບໍລິຫານຂອງປະທານາທິບໍດີເອົາໄວ້ ໂດຍຈະມີການຄືນອຳນາດບາງສ່ວນໃຫ້ລັດຖະສະພາ ແລະ ໃຫ້ອຳນາດຄະນະກຳມາທິການສາມາດຕັດສິນໃຈໄດ້ຢ່າງອິດສະຫລະໃນບັນຫາທີ່ເປັນເລື່ອງສຳຄັນກ່ຽວກັບການບໍລິຫານປະເທດ.
ທ່ານ ຣາຊປັກສີ ກ່າວວ່າ: ແຜນດັ່ງກ່າວ ເຊິ່ງສະເໜີໂດຍລັດຖະບານປະສົມທີ່ມາຈາກຫລາຍພັກການເມືອງຄາດວ່າຈະໄດ້ຮັບການອະນຸມັດຈາກສະພາພາຍໃນເວລາ 4-6 ອາທິດຕໍ່ໜ້າ.
ການເຄື່ອນໄຫວດັ່ງກ່າວມີຂຶ້ນໃນຂະນະທີ່ສະຖານະການປະທ້ວງຢູ່ສີລັງກາຍັງດຸເດືອດ ໂດຍຜູ້ປະທ້ວງຫລາຍພັນຄົນໄດ້ເຂົ້າໄປປັກຫລັກປິດລ້ອມສຳນັກງານ ແລະ ເຮືອນພັກຂອງປະທານາທິບໍດີ ຣາຊປັກສາ ເພື່ອກົດດັນໃຫ້ທ່ານລາອອກຈາກຕຳແໜ່ງ ທ່າມກາງວິກິດເສດຖະກິດຄັ້ງຮ້າຍແຮງສຸດໃນປະຫວັດສາດນັບແຕ່ໄດ້ຮັບເອກະລາດ, ເກີດບັນຫາຂາດເຂີນສິນຄ້າອຸປະໂພກ-ບໍລິໂພກທີ່ຈຳເປັນ ນັບແຕ່ນ້ຳມັນເຊື້ອໄຟຈົນເຖິງຢາປິ່ນປົວພະຍາດ. ຂະນະທີ່ອັດຕາເງິນເຟີ້ຂອງປະເທດເພີ່ມສູງຂຶ້ນເຖິງລະດັບເກືອບ 40%.
ທັງນີ້, ທ່ານ ຣາຊປັກສີ ໄດ້ສະແດງຄວາມໝັ້ນໃຈວ່າການແກ້ໄຂລັດຖະທຳມະນູນຈະສາມາດດຳເນີນໄປໄດ້ຢ່າງດີ ໂດຍປັດຈຸບັນກຳລັງຢູ່ລະຫວ່າງການຈັດຕັ້ງຮ່າງລັດຖະທຳມະນູນສະບັບໃໝ່ ໂດຍອາດຫລີກລ່ຽງການລົງປະຊາມະຕິ ເຊິ່ງເປັນຂະບວນການທີ່ຕ້ອງໃຊ້ເວລາດົນ, ແຕ່ສຸດທ້າຍຈະຂຶ້ນຢູ່ກັບການພິຈາລະນາຂອງສານດີກາວ່າຈຳເປັນຕ້ອງມີການລົງປະຊາມະຕິເພື່ອໃຫ້ສັດຕະຍາບັນການແກ້ໄຂລັດຖະທຳມະນູນ ຫລື ບໍ່.
ທ່ານ ຣາຊປັກສີ ເນັ້ນວ່າ: ການແກ້ໄຂລັດຖະທຳມະນູນໃຫ້ສົມບູນຍິ່ງຂຶ້ນນັ້ນຈະສາມາດເກີດຂຶ້ນໄດ້ ໃນຂະນະທີ່ສີລັງກາກັບມາມີສະຖຽນລະພາບທາງເສດຖະກິດ. ດັ່ງນັ້ນ ຕອນນີ້ຈຶ່ງມີຄວາມຈຳເປັນທີ່ຝ່າຍບໍລິຫານ ແລະ ປະທານາທິບໍດີຕ້ອງບໍລິຫານປະເທດຕໍ່ໄປ ເພື່ອບໍ່ໃຫ້ປະເທດຖືກດຶງລົງສູ່ວິກິດທີ່ເລິກກວ່ານີ້. ຂະນະດຽວກັນ ສີລັງກາກໍມີຄວາມຈຳເປັນຈະຕ້ອງມີຜູ້ແທນເພື່ອເຈລະຈາເພື່ອຂໍການຊ່ວຍເຫລືອຈາກກອງທຶນການເງິນສາກົນໃນການຜ່ານພົ້ນວິກິດຄັ້ງນີ້.
ອ້າງອີງ: