5 ຍຸດທະສາດປາບລາຄາສິນຄ້າຂຶ້ນ-ນ້ຳມັນແພງ
ໂດຍ: ທິດກໍ່າ
ໃນວັນທີ 27 ພຶດສະພາ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມສູນກາງພັກ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ສົມທົບກັນຈັດພິທີປາຖະກະຖາກ່ຽວກັບການຄຸ້ມຄອງການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ໂດຍໃຫ້ກຽດປາຖະກະຖາຈາກທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງຫລັກໆໃນການປາຖະກະຖາໃນຄັ້ງນີ້ ກໍເພື່ອຊອກຫາວິທີຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ ແລະ ສິນຄ້າອຸປະໂພກ-ບໍລິໂພກທີ່ມີຢູ່ໃນທ້ອງຕະຫລາດບໍ່ໃຫ້ມີການເໜັງຕີງຮຸນແຮງເກີນໄປ. ອີກປະການໜຶ່ງກໍເພື່ອເປັນການຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະບັນດາຖັນແຖວພະນັກງານ, ທະຫານ, ຕຳຫລວດ, ກຳມະກອນຜູ້ທີ່ມີລາຍຮັບຕໍ່າ. ຜ່ານການປາຖະກະຖາ ແລະ ຄົ້ນຄວ້າແມ່ນໄດ້ກຳນົດບັນດານິຕິກຳ ແລະ ວາງ 5 ມາດຕະການທີ່ເຫັນວ່າເປັນຍຸດທະສາດຄື:
– ໜຶ່ງ ຄືອີງໃສ່ກອງທຶນຄັງແຮເຂົ້າຈະໄດ້ນຳໃຊ້ເພື່ອແຊກແຊງລາຄາເຂົ້າສານທີ່ມີການເໜັງຕີງຂຶ້ນສູງເກີນເພດານທີ່ກຳນົດ.
– ສອງ ຕິດຕາມກວດກາລາຄາສິນຄ້າຕາມທ້ອງຕະຫລາດເປັນປະຈຳ, ຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງຕິດຕາມສະພາບການສະໜອງສິນຄ້າ ແລະ ລາຄາສິນຄ້າໃນທ້ອງຕະຫລາດໃນແຕ່ລະວັນ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໃນທຸກຮູບແບບ.
– ສາມ ກຳນົດໂຄງປະກອບລາຄາສິນຄ້າ ແລະ ຄ່າບໍລິການ ໂດຍສະເພາະສິນຄ້າໃນບັນຊີຄວບຄຸມ ຫລື ສິນຄ້າທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: ເຂົ້າກິນ, ຊີ້ນໝູ, ຊີ້ນງົວ, ຊີ້ນຄວາຍ, ໄຂ່, ໄກ່ປອກ, ເປັດປອກ, ປານິນ ແລະ ພືດຜັກຕ່າງໆ.
– ສີ່ ດັດສົມການສະໜອງ ແລະ ຄວາມຕ້ອງການ ຫລື ແຜນດຸ່ນດ່ຽງ ເພື່ອໃຫ້ການສະໜອງພຽງພໍກັບຄວາມຕ້ອງການຂອງສັງຄົມ ທັງມີວິທີປ້ອງກັນສິນຄ້າຂາດເຂີນ ນັບທັງການກັກຕຸນສິນຄ້າ ແລະ ຂຶ້ນລາຄາສິນຄ້າ.
– ຫ້າ ນຳໃຊ້ມາດຕະການທາງດ້ານນິຕິກຳ ເປັນຕົ້ນດຳລັດ 474/ນຍ, ລົງວັນທີ 18 ພະຈິກ 2010 ໃນການຄຸ້ມຄອງລາຄາສິນຄ້າ. ນີ້ຄື 5 ມາດຕະການທີ່ຈະປາບລາຄາສິນຄ້າກັບນ້ຳມັນແພງທີ່ພວມວິກິດ, ທ້າທາຍສັງຄົມລາວໃນປັດຈຸບັນ.
ນອກຈາກນັນ ຍັງໄດ້ຮຽກຮ້ອງມາຍັງຜູ້ບໍລິໂພກຈົ່ງພ້ອມກັນມີສະຕິຕໍ່ສະພາບການທີ່ມີຄວາມຫຍຸ້ງຍາກຄືໃນປັດຈຸບັນ ທັງຮັບຮູ້ ແລະ ເຂົ້າໃຈຕໍ່ສະຖານະການ, ຊ່ວຍກັນປະຢັດໃນການໃຊ້ຈ່າຍ ໂດຍສະເພາະນ້ຳມັນເຊື້ອໄຟ ຖ້າພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ສາມາດໂທແຈ້ງສາຍດ່ວນ 1510. ທ່ານ ນາງ ຈັນສຸກ ແສງພະຈັນ ກ່າວຢ້ຳ.
ແນວໃດກໍດີ, ໃນ 5 ມາດຕະການທີ່ໄດ້ກ່າວມານີ້ ເປັນພຽງຍຸດທະສາດນາມມະທຳທີ່ໄດ້ຜ່ານການຄົ້ນຄວ້າທາງດ້ານຫລັກການ, ກາຍເປັນນິຕິກຳ ຫລື ເອີ້ນຢ່າງໜຶ່ງວ່າ: ເປັນແຜນເພື່ອຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນໃນສະເພາະໜ້າ ຍັງບໍ່ທັນເປັນໝາກຜົນແຫ່ງການຈັດຕັ້ງປະຕິບັດ ຈະໄດ້ໜ້ອຍ ຫລື ຫລາຍສໍ່າໃດນັ້ນ ພວກເຮົາພ້ອມກັນເຝົ້າຕິດຕາມນຳກັນຕໍ່ໄປ.
ສິ່ງສຳຄັນເວົ້າແລ້ວຕ້ອງເຮັດຢ່າງຈິງຈັງ ແລະ ເດັດຂາດ ບັນຫາທຸກຢ່າງຈຶ່ງເກີດດອກອອກຜົນຕາມທີ່ໄດ້ຄາດຫວັງໄວ້.
ເຖິງຢ່າງໃດກໍດີ, ບັນຫາການແກ້ໄຂສິນຄ້າຂຶ້ນແບບບໍ່ຢຸດຢ່ອນກັບນ້ຳມັນແພງ ມັນຍັງມີຫລາຍປັດໄຈ, ຫລາຍເງື່ອນໄຂ ແລະ ຫລາຍຂົງເຂດທີ່ພວກເຮົາຈະຕ້ອງແກ້ໄຂໂດຍໄວໃນປັດຈຸບັນ ທັງໃນສະເພາະໜ້າ ແລະ ຍາວນານ ເຊິ່ງກ່ອນອື່ນໝົດຕ້ອງເຮັດໃຫ້ເງິນກີບແຂງຄ່າຢ່າງໝັ້ນຄົງ. ຢາກເຮັດໄດ້ຕາມທີ່ວ່ານີ້ ຕ້ອງເປັນເຈົ້າການສຸມໃສ່ການຜະລິດສິນຄ້າທີ່ມີທ່າແຮງ ເພື່ອສົ່ງອອກໃຫ້ຫລາຍກວ່າການນຳເຂົ້າ.
ອັນສອງມາແມ່ນໃຫ້ປຸກລະດົມກັນຫັນມານິຍົມໃຊ້ເງິນກີບລາວຢູ່ພາຍໃນປະເທດ ບົນຈິດໃຈຮັກຊາດ ແລະ ພັດທະນາ, ປະຕິບັດຄຳຂວັນ ຢູ່ເມືອງລາວ ໃຊ້ແຕ່ເງິນກີບ. ນອກນັ້ນ ກໍອອກມາດຕະການຄວບຄຸມ ທັງປະຄັບປະຄອງເຮັດໃຫ້ຄ່າເງິນກີບໃຫ້ຄົງທີ່, ອອກມາດຕະການຕໍ່ຜູ້ທີ່ລະເມີດກົດໝາຍ. ອັນທີສາມ ໃຫ້ພ້ອມກັນປະຢັດໃຊ້ປະຢັດຈ່າຍ, ພະຍາຍາມເພິ່ງຕົນເອງ ກຸ້ມຕົນເອງທາງດ້ານເສດຖະກິດເທື່ອລະກ້າວ.
ສ່ວນອັນສຸດທ້າຍ ກໍແມ່ນອວ່າຍໜ້າໄປຄ້າຂາຍກັບເພື່ອນມິດຍຸດທະສາດທີ່ຮ່ວມອຸດົມການ, ບໍ່ເຫັນແກ່ຜົນປະໂຫຍດ ແລະ ຊື້ຈ້າງຈອບອອຍ ເພາະປະເທດເຮົາປົກຄອງດ້ວຍລະບອບສັງຄົມນິຍົມ ຫລືວ່າ ກອມມູນິດ. ເຖິງວ່າຍຸກປັດຈຸບັນໂລກມີການປ່ຽນແປງ, ເຊື່ອມໂຍງກັນ, ແຕ່ເວົ້າເລື່ອງຜົນປະໂຫຍດຂອງອິດທິກຳລັງປໍລະປັກມັນຍັງຄົງຢູ່ໃນເງື່ອນງຳແຕ່ລະຝ່າຍ.
ດັ່ງບົດຮຽນຂອງປະເທດຣັດເຊຍທີ່ພວມຜະເຊີນຢູ່ໃນປັດຈຸບັນ. ປະເທດຊາດຂອງພວກເຮົາເປັນປະເທດນ້ອຍ ພົນລະເມືອງໜ້ອຍ ຝ່າຍປໍລະປັກເຂົາຍັງຫາທຸກວິທີເພື່ອປຸກປັ່ນໃຫ້ບ້ານເມືອງເຮົາມີຄວາມຫຍຸ້ງຍາກ, ແຕກແຍກພາຍໃນ ດ້ວຍຮູບການວິກິດເສດຖະກິດຕ່າງໆນາໆຂອງປະເທດ.