ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ

ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ  ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ - 286031080 1907223206148117 17643704457085196 n - ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ  ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ
ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ  ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ - kitchen vibe - ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ  ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ

ໃນລະຫວ່າງວັນທີ 2-3 ມິຖຸນາ 2022 ນີ້ ໄດ້ມີກອງປະຊຸມປະທານສານສູງສຸດ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ ໂດຍການເປັນປະທານຂອງ ທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ, ມີຮອງປະທານສານສູງສຸດ ແຫ່ງຣາຊະອານາຈັກກຳປູເຈຍ, ສສ ຫວຽດນາມ, ບັນດາອົງການທີ່ກ່ຽວຂ້ອງ, ຜູ້ພິພາກສາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບມາດຕະການຕ່າງໆທີ່ມີໃນປັດຈຸບັນ ເປັນຕົ້ນ ກົດໝາຍ, ດໍາລັດ, ນິຕິກຳ ແລະ ການສ້າງຕັ້ງຄະນະຮັບຜິດຊອບທີ່ກ່ຽວຂ້ອງທີ່ສາມາດນໍາໃຊ້ ເພື່ອອໍານວຍຄວາມສະດໃນການຕັດສິນຂອງສານ ແລະ ເຮັດໃຫ້ຄະດີສັດນໍ້າ-ສັດປ່າ ເປັນອາຊະຍາກຳທີ່ຮ້າຍແຮງ.

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການບັນຍາຍ, ການສະເໜີກ່ຽວກັບການຕັດສິນຄະດີສັດນໍ້າ-ສັດປ່າ ແລະ ການກໍານົດເຫດການຄະດີສັດນໍ້າ-ສັດປ່າທີ່ເປັນອາຊະຍາກຳທີ່ຮ້າຍແຮງ ຈາກຜູ້ພິພາກສາ ສານຊາບາ ປະເທດມາເລເຊຍ ແລະ ຈາກຜູ້ຕາງໜ້າ ກອງທຶນອະນຸລັກທຳມະຊາດໂລກ(WWF) ໃນຫົວຂໍ້: ເປັນຫຍັງ ອາຊະຍາກໍາສັດນໍ້າ-ສັດປ່າ ຈຶ່ງເປັນອາຊະຍາກໍາຮ້າຍແຮງ, ຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຈາກອາຊະຍາກໍາສັດນໍ້າ-ສັດປ່າ ແລະ ຮັບຟັງການບັນລະຍາຍກ່ຽວກັບ ລະບົບການດຳເນີນຄະດີໃນຂັ້ນສານລະດັບພາກພື້ນ ແລະ ເຄື່ອງ ມື, ຄູ່ມື ທີ່ຈະນໍາໃຊ້ເຂົ້າໃນຂະບວນການຕັດສິນຂອງສານ.

ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດຄໍາເຫັນ ກ່ຽວກັບລະບຽບການ, ນິຕິກຳຂອງແຕ່ລະປະເທດ ລວມທັງເຄື່ອງມື ແລະ ຄູ່ມືຕ່າງໆໃນການດຳເນີນຄະດີອາຊະຍາກຳ ສັດປ່າ-ປ່າໄມ້ ແລະ ອາຊະຍາກໍາທີ່ກ່ຽວຂ້ອງ.

ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ  ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ - 4 - ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ  ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ
ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ  ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ - 3 - ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ  ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ
ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ  ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ - 5 - ຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມໃນການການຕ້ານ  ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ