ບາເຊໂລນາ ເປີດສະຫນາມ ຄຳນູ ໃຫ້ແຟນບານເຊົ່າລົງຫລິ້ນ
June 4, 2022 - 10:38 AM
ຄວາມຝັນຂອງແຟນບານ ບາເຊໂລນາ ທົ່ວໂລກ ພວມຈະກາຍເປັນຄວາມຈິງ ເມື່ອທາງສະໂມສອນ ໄດ້ເປີດໃຫ້ແຟນບານຈ່າຍເງິນເພື່ອລົງຫລິ້ນໃນສະຫນາມ ຄຳນູ ເພື່ອນຳລາຍໄດ້ເຂົ້າສູ່ທີມ ຫລັງພວມມີຫນີ້ຢູ່ເຖິງ 1 ພັນລ້ານປອນ.
ສື່ຊື່ດັງໃນຂອງສະເປນ ລະບຸວ່າ : ບາເຊໂລນາ ຈະເປີດ ຄຳ ນູ ໃຫ້ແຟນບານໄດ້ລົງຫລິ້ນ ລະຫວ່າງວັນທີ 6 ເຖິງ 11 ມິຖຸນານີ້ ໂດຍຈະເກັບເງິນຄົນລະ 300 ຢູໂຣ ສາມາດລົງໄປບັນເລງສີຕີນໃນສະຫນາມໄດ້ຄົນລະ 60 ນາທີ.
ກ່ອນລົງຫລິ້ນຈະໄດ້ອົບອຸ່ມຮ່າງກາຍ 15 ນາທີ ແລະ ມີການຈັດກຽມຄູເຝິກ, ຜູ້ຕັດສິນ ແລະ ຜູ້ກຳກັບເສັ້ນ ເອົາໄວ້ໃຫ້ ແຖມໄດ້ເດີນລອດອຸໂມງ ຄ້າຍຄືກັບມາແຂ່ງຂັນແບບຈິງຈັງ ໂດຍນອກຈາກຈະໄດ້ລົງຫລິ້ນໃນສະຫນາມ ຄຳນູ ແລ້ວ ຍັງຈະໄດ້ຢ້ຽມຊົມສະຫນາມ ລວມເຖິງພິພິຕະພັນຂອງສະໂມສອນນຳອີກ.