ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ.

ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ. - aHR0cHM6Ly9zLmlzYW5vb2suY29tL2hlLzAvdWQvNS8yNjkzMy9zZW5zaXRpdmUtdGVldGguanBn - ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ.
ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ. - kitchen vibe - ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ.

ຫາກທ່ານໃດມີອາການເຂັດແຂ້ວຢູ່ເປັນປະຈຳ ເຮັດແນວໃດກໍບໍ່ເຊົາ ລອງເຮັດຕາມຄຳແນະນຳຈາກທັນຕະແພດເຫລົ່ານີ້ເບິ່ງ. ກ່ອນອື່ນໝົດມາຮູ້ຈັກນຳກັນກ່ອນວ່າ ເປັນຫຍັງເຮົາຈຶ່ງເຂັດແຂ້ວ ?

ອາການເຂັດແຂ້ວ ເກີດຈາກການຕອບສະໜອງຂອງເສັ້ນປະສາດໃນແຂ້ວທີ່ໄວກ່ວາປົກກະຕິຕໍ່ສິ່ງກະຕຸ້ນພາຍນອກ ເຊັ່ນ : ອາຫານ, ເຄື່ອງດື່ມຮ້ອນ ຫລື ເຢັນ ລວມໄປເຖິງລົມ ຫລື ແມ່ນແຕ່ການຖູແຂ້ວ ເຊິ່ງສິ່ງເຫລົ່ານີ້ບໍ່ເຮັດອັນຕະລາຍຕໍ່ເນື້ອເຍື່ອ ແລະ ແຂ້ວ ໂດຍປົກກະຕິແຂ້ວຂອງຄົນເຮົາຈະຖືກປົກປ້ອງໂດຍເຄືອບແຂ້ວ (Enamel)  ແລະ ເຫືອກ ເມື່ອເຄືອບແຂ້ວຂອງເຮົາເສື່ອມສະພາບ ແຕກອອກ ຫລື ເຫືອກຍານຫລາຍຂຶ້ນ ເນື້ອແຂ້ວ Dentine ຈະຖືກເປີດອອກໃຫ້ສຳຜັດກັບສິ່ງກະຕຸ້ນພາຍນອກ ສິ່ງເຫລົ່ານີ້ເຮັດໃຫ້ເກີດອາການເຂັດແຂ້ວໄດ້ງ່າຍ.

  • ວິທີຫລຸດອາການເຂັດແຂ້ວ :
  1. ຫລີກເວັ້ນອາຫານ ແລະ ເຄື່ອງດື່ມທີ່ມີລິດເປັນກົດ ເຊັ່ນ : ນຳ້ອັດລົມ, ອາຫານ ຫລື ເຄື່ອງດື່ມລົດຊາດສົ້ມ.
  2. ງົດຫຍຳ້ຂອງແຂງ ຫລື ໜຽວ ທີ່ອາດເຮັດໃຫ້ແຂ້ວລ້າວໄດ້ ເຊັ່ນ : ນຳ້ກ້ອນ.
  3. ຖູແຂ້ວຢ່າງຖືກວິທີ ຢ່າງໜ້ອຍມື້ລະ 2 ເທື່ອ.
  4. ໃຊ້ອຸປະກອນເຮັດຄວາມສະອາດແຂ້ວ ເຊັ່ນ : ໄໝຜັດແຂ້ວ ຫລື ຖູກົກແຂ້ວ ຢ່າງໜ້ອຍມື້ລະ 1 ເທື່ອ.
  5. ເລືອກໃຊ້ແປງຖູແຂ້ວຂົນອ່ອນນຸ້ມ.
  6. ເລືອກໃຊ້ຢາຖູແຂ້ວຫລຸດອາການເຂັດແຂ້ວທີ່ມີຟລູອໍໄຣ.
  7. ໄປພົບທັນຕະແພດເພື່ອກວດສຸຂະພາບຜົ້ງປາກ ແລະ ແຂ້ວ ທຸກໆ 6 ເດືອນ.
  8. ຫາກມີອາການເຂັດແຂ້ວຫລາຍເທື່ອ ຫລື ບໍ່ເຊົາຈັກເທື່ອ ເຖິງຈະປັບປ່ຽນພຶດຕິກຳແລ້ວ ຄວນໄປພົບທັນຕະແພດເພື່ອກວດຫາສາເຫດ ແລະ ຮັບການປິ່ນປົວຢ່າງຖືກຕ້ອງເໝາະສົມ.

ຫາກລອງປັບປ່ຽນພຶດຕິກຳແລ້ວຍັງມີອາການເຂັດແຂ້ວຫລາຍຢູ່ ທັນຕະແພດອາດພິຈາລະນາປິ່ນປົວໂດຍວິທີການອື່ນໆ ເຊັ່ນ : ອັດແຂ້ວ, ໃຊ້ຟລູອໍໄຣ ຫລື ສານຫລຸດອາການເຂັດແຂ້ວ, ປິ່ນປົວພະຍາດໃນຜົ້ງປາກ ຫລື ປິ່ນປົວຕາມອາການຜິດປົກກະຕິທີ່ເຮັດໃຫ້ເກີດອາການເຂັດແຂ້ວ ເຊັ່ນ : ແຂ້ວລ້າວ, ແຂ້ວແຕກ ເປັນຕົ້ນ.

 

ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ. - 3 - ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ.
ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ. - 4 - ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ.
ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ. - 5 - ວິທີຫລຸດອາການເຂັດແຂ້ວທີ່ທັນຕະແພດແນະນຳ.