ກະຊວງ ພະລັງງານ ແລະ ບໍ່ແຮ່ ປະກາດປັບປຸງກົງຈັກການຈັດຕັ້ງ
ວັນທີ 03 ມິຖຸນາ 2022 ຜ່ານມາ,ທີ່ຫ້ອງປະຊຸມກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທິການປະກາດປັບປຸງກົງຈັກການຈັດຕັ້ງ ພາຍໃຕ້ການເປັນປະທານຂອງທ່ານ ປອ ດາວວົງ ພອນແກ້ວ ກຳມະການສຸນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕິກະຊວງພະລັງງານ ແລະ ບໍ່ແຮ່ ມີບັນດາທ່ານຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າສະຖາບັນ-ຮອງຫົວນ້າສະຖາບັນ ເຂົ້າຮ່ວມ.
ໃນພິທີໄດ້ປະກາດແຕ່ງຕັ້ງ:
ທ່ານ ຄຳໂສ້ ກຸໂພຄຳ ອະອີດວ່າການຫົວໜ້າຫ້ອງການ ມາເປັນ ຫົວໜ້າຫ້ອງການ,
ທ່ານ ເພັດສະຫວັນ ລັດຕະນະະທົງໄຊ ເປັນຫົວໜ້າກົມຄຸ້ມຄອງພະລັງງານ,
ທ່ານ ສຸຂັນສັກ ສີສຸກ ເປັນຫົວໜ້າກົມທໍ່ລະນີສາດ ແລະ ແຮ່ທາດ,
ທ່ານ ຈັນທະລາ ແກ້ວຫາວົງ ເປັນຫົວໜ້າກົມຄຸ້ມຄອງບໍ່ແຮ່,
ທ່ານ ບົວເທບ ມາໄລຄຳ ເປັນຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ,
ທ່ານ ຈັນໂທ ມີລັດຕະນະແພງ ເປັນຫົວນ້າກົມສົ່ງເສີມ ແລະ ປະຢັດພະລັງງານ,
ທ່ານ ພູວຽງ ແກ້ວບຸບຜາ ເປັນຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່.
ຕອນທ້າຍຂອງພິທີ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາອົງຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ບາງຕອນທ່ານໄດ້ກ່າວວ່າ: ການປັບປຸງກົງຈັກການຈັດຕັ້ງ, ການສັບຊ້ອນຈັດວາງບຸກຄະລາກອນຂັ້ນນໍາພາ, ຄຸ້ມຄອງຂັ້ນກົມ ແລະ ທຽບເທົ່າໃນເທື່ອນີ້ ແມ່ນແນໃສ່ເຮັດໃຫ້ກົງຈັກ, ຕໍາແໜ່ງງານ ຈໍານວນລັດຖະກອນໄດ້ຮັບການປັບປຸງໃຫ້ມີປະສິດທິຜົນສູງຂຶ້ນ ຊຶ່ງທັງໝົດນີ້ ກໍແມ່ນແນໃສ່ເພື່ອ : “ແກ້ໄຂສະພາບຊໍ້າຊ້ອນດ້ານພາລະບົດບາດ ເພື່ອໃຫ້ຈະແຈ້ງ ແລະ ຮັດກຸມ, ເຮັດໃຫ້ສາຍໄຍການຈັດຕັ້ງມີຄວາມກະທັດຮັດ, ຂະໜາດກົງຈັກບໍ່ໃຫຍ່ໂຕ ແຕ່ເປັນລະບົບໂລ່ງລ່ຽນ ແລະ ກ້າວສູ່ການເຊື່ອມລະຫວ່າງຂອດບໍລິຫານຕ່າງໆດ້ວຍອຸປະກອນທັນສະໄໝ ຄຽງຄູ່ກັບການເຮັດໃຫ້ຖັນແຖວລັດຖະກອນມີຈໍານວນໜ້ອຍລົງ, ແຕ່ຄຸນນະພາບເພີ່ມຂຶ້ນ, ໃຊ້ຈ່າຍຢ່າງປະຢັດ, ຂັບເຄື່ອນວຽກງານຕາມກົດໝາຍຢ່າງມີປະສິດທິພາບ” ຕາມທີ່ໄດ້ກໍານົດໄວ້ຢູ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຮົາ.