ຢາກປູກຕົ້ນໄມ້ໃຫ້ເປັນປ່າຕ້ອງບົວລະບັດຮັກສາໃຫ້ມັນໃຫຍ່

ໂດຍ: ທິດກໍ່າ
ຄືດັ່ງທຸກຄົນຮູ້ນຳກັນແລ້ວວ່າ, ວັນທີ 1 ມິຖຸນາຂອງທຸກໆປີແມ່ນວັນປູກຕົ້ນໄມ້ແຫ່ງຊາດ. ໃນປັດຈຸບັນ ຂະບວນການປູກຕົ້ນໄມ້ຍັງສືບຕໍ່ດຳເນີນໄປຈົນກວ່າສິ້ນເດືອນມິຖຸນານີ້ ໂດຍສະເພາະແມ່ນພາກສ່ວນບຸກຄົນ ແລະ ນິຕິບຸກຄົນ. ສຳລັບປີນີ້ກໍເໝືອນດັ່ງທຸກໆປີ ເມື່ອເຖິງຍາມນີ້ມາຮອດແລ້ວ ຫລາຍສຳນັກງານອົງການ, ກົມກອງທ້ອງຖິ່ນ ແລະ ເຂດແຂວງໃນທົ່ວປະເທດຕ່າງກໍໄດ້ພາກັນປູກຕົ້ນໄມ້ ບໍ່ວ່າຈະເປັນຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ປະດັບ ແລະ ຕົ້ນໄມ້ໃຫ້ໝາກ. ສະເພາະກະຊວງກ່ຽວຂ້ອງ ເປັນຕົ້ນກະຊວງກະສິກຳ ແລະ ປ່າໄມ້ກໍໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດກໍໄດ້ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນໃຫ້ມີຄວາມໝາຍ ແລະ ເປັນຂະບວນຟົດຟື້ນສົມຄວນ.
ສະເພາະປີ 2022 ນີ້, ຕາມການຖະແຫລງຂ່າວຂອງທ່ານ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເມື່ອບໍ່ດົນມານີ້ວ່າ: ໃນວັນທີ 1 ມິຖຸນາ 2022 ທົ່ວປະເທດຈະປູກໄມ້ໃນເນື້ອທີ່ 1.213 ເຮັກຕາ, ນຳໃຊ້ເບ້ຍໄມ້ 1.465.233 ກວ່າເບ້ຍ. ໃນຈຳນວນເບ້ຍໄມ້ທີ່ວ່ານີ້ຈະໄປປູກໃນເນື້ອທີ່ 37.200 ເຮັກຕາ ໃນນີ້ປູກເພື່ອຮັກສາສິ່ງແວດລ້ອມຢູ່ໃນຂອບເຂດປ່າປ້ອງກັນ ແລະ ປ່າສະຫງວນ 7.400 ເຮັກຕາ, ປູກທົດແທນເຂດໂຄງການພື້ນຖານໂຄງລ່າງ ແລະ ເປັນໄມ້ອຸດສາຫະກຳເປັນສິນຄ້າ 24.800 ເຮັກຕາ, ປູກໃນສ່ວນເປັນຂອງບຸກຄົນ-ນິຕິບຸກຄົນ 5.000 ເຮັກຕາ.
ແນວໃດກໍດີ, ເມື່ອເຫັນຕົວເລກໃນແຜນປູກນີ້ແລ້ວກໍໜ້າຊົມເຊີຍ ແລະ ພາກພູມໃຈ ເພາະໃນອະນາຄົດຕໍ່ໜ້າ ແລະ ຍາວນານ ປະເທດເຮົາຈະປົກຄຸມດ້ວຍພື້ນທີ່ສີຂຽວໄດ້ຕາມການຄາດໝາຍຂອງລັດຖະບານວາງອອກ ຄືໃຫ້ໄດ້ 70% ຂອງເນື້ອທີ່ທັງໝົດໃນທົ່ວປະເທດ. ນອກຈາກນັ້ນ ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ກໍໄດ້ເນັ້ນໜັກເຖິງການພັດທະນາສີຂຽວແບບຍືນຍົງເປັນບູລິມະສິດໜຶ່ງຂອງລັດຖະບານ.
ເຖິງຢ່າງໃດກໍດີ, ສິ່ງທີ່ຄວນຈົດຈໍ່ ແລະ ເອົາໃຈໃສ່ຕື່ມນັ້ນ ເມື່ອປູກໄປແລ້ວບັນຫາການບົວລະບັດຮັກສາໃຫ້ມັນໃຫຍ່ນັ້ນເປັນສິ່ງສຳຄັນ ເພາະວ່າໃນຫລາຍໆປີຜ່ານມາ ຈຳນວນເນື້ອທີ່ປູກໄປແລ້ວບໍ່ຮູ້ວ່າໄດ້ຮັບຜົນສໍ່າໃດ ເພາະວ່າເທົ່າທີ່ເຫັນຢູ່ທ້ອງຖິ່ນຊົນນະບົດສ່ວນຫລາຍມີແຕ່ການຖາງປ່າ ຫລື ໄປລັກຕັດໄມ້. ອັນທີ່ເຮັ່ງຮ້າຍກວ່າໝູ່ຍັງມີບາງທ້ອງຖິ່ນ, ບາງຄົນແມ່ນຍັງໄປລັກຕັດຢູ່ປ່າສະຫງວນ.
ສ່ວນຈຸດໃດເຂດໃດທີ່ເປັນດິນກຳມະສິດຂອງບຸກຄົນ, ນິຕິບຸກຄົນນັ້ນ ເຂົາກໍຂາຍ ຫລື ຖາກຖາງເພື່ອເຮັດໂຄງການທຸລະກິດຕ່າງໆ, ບາງທ້ອງຖິ່ນກໍຖາງປ່າຕຶບດົງໜາເພື່ອປູກກ້ວຍ, ປູກມັນຕົ້ນ, ປູກຢາງພາລາ ຫລື ກາຍເປັນບ່ອນປຸກສ້າງໄປຕິກໆ ເພາະນີ້ກໍອີງໃສ່ການສ້າງສາພັດທະນາບ້ານເມືອງເຮົາໃຫ້ຈະເລີນຮຸ່ງເຮືອງໃນແຕ່ລະປີ ຫລື ແຕ່ລະໄລຍະ.
ເພາະສະນັ້ນ ເມື່ອປູກເບ້ຍໄມ້ໄປແລ້ວ ບັນຫາການປົກປັກຮັກສາໃຫ້ມັນໃຫຍ່ເພື່ອທົດແທນໂຕທີ່ເສຍໄປນັ້ນ ມັນຈຶ່ງເປັນບັນຫາສຳຄັນຕົ້ນຕໍ ເພາະປູກໄປແລ້ວ ຖ້າປະປ່ອຍໃຫ້ງົວ, ຄວາຍ, ແບ້ ຫລື ສັດອື່ນໆໄປທຳລາຍ ສຸດທ້າຍມາກໍບໍ່ມີຄວາມໝາຍ ທັງເສຍງົບປະມານ ແລະ ເສຍເວລາປູກໄປລ້າໆ.