ເລັບສັກເກີດຈາກຫຍັງ – ວິທີປ້ອງກັນ ແລະ ປິ່ນປົວ.

ເລັບສັກເກີດຈາກຫຍັງ - ວິທີປ້ອງກັນ ແລະ ປິ່ນປົວ. -                                                  scaled - ເລັບສັກເກີດຈາກຫຍັງ – ວິທີປ້ອງກັນ ແລະ ປິ່ນປົວ.
ເລັບສັກເກີດຈາກຫຍັງ - ວິທີປ້ອງກັນ ແລະ ປິ່ນປົວ. - kitchen vibe - ເລັບສັກເກີດຈາກຫຍັງ – ວິທີປ້ອງກັນ ແລະ ປິ່ນປົວ.

ເລັບສັກ ຫລື (Ingrown Nail) ເຮັດໃຫ້ຫລາຍຄົນທີ່ເປັນທໍລະມານຈົນເກືອບຈະຍ່າງບໍ່ໄດ້ ບາງຄົນເປັນແຮງເຖິງຂັ້ນຕ້ອງຜ່າຕັດ ໂດຍສາເຫດມາຈາກເລື່ອງເລັກໆນ້ອຍໆທີ່ທ່ານອາດຖືເບົາ.

ເລັບສັກ ເກີດຈາກການທີ່ຂອບເລັບປົ່ງອອກມາສຽບ ຫລື ບຽດຊີ້ນຂ້າງເລັບ ເຮັດໃຫ້ມີອາການເຈັບ, ບວມໃຄ່ ແລະ ອັກເສບ ບາງເທື່ອອາດມີການຕິດເຊື້ອໄດ້ ໂດຍອາການເລັບສັກພົບໄດ້ຫລາຍຢູ່ນິ້ວໂປ້ຕີນ ແລະ ມັກພົບຫລາຍໃນໄວໜຸ່ມ.

ເລັບສັກເກີດຈາກຫຍັງ - ວິທີປ້ອງກັນ ແລະ ປິ່ນປົວ. - Visit Laos Visit SALANA BOUTIQUE HOTEL - ເລັບສັກເກີດຈາກຫຍັງ – ວິທີປ້ອງກັນ ແລະ ປິ່ນປົວ.
ເລັບສັກເກີດຈາກຫຍັງ - ວິທີປ້ອງກັນ ແລະ ປິ່ນປົວ. - Visit Laos Visit SALANA BOUTIQUE HOTEL - ເລັບສັກເກີດຈາກຫຍັງ – ວິທີປ້ອງກັນ ແລະ ປິ່ນປົວ.
  • ສາເຫດຂອງເລັກສັກ :
  1. ຕັດເລັບຕີນບໍ່ຖືກວິທີ : ການຕັດເລັບມືກັບເລັກຕີນຂອງເຮົາມີວິທີການຕັດບໍ່ຄືກັນ, ການຕັດເລັບມືຈະຕັດຕາມຄວາມໂຄ້ງຂອງເລັບ, ສ່ວນການຕັດເລັບຕີນ ຖ້າເຮົາຕັດໃຫ້ສັ້ນຕາມຄວາມໂຄ້ງຂອງເລັບ ເຮົາອາດຈະເປັນເລັບສັກໄດ້ງ່າຍຂຶ້ນ ເນື່ອງຈາກເລັບຈະຍາວຂຶ້ນມາ ແລະ ໄປບຽດ ຫລື ບາດຊີ້ນຂ້າງເລັບໄດ້ງ່າຍຂຶ້ນ.
  2. ໃສ່ເກີບທີ່ບໍ່ເໝາະສົມ : ທັງເກີບທີ່ໜ້າແຄບເກີນໄປ ຫລື ເກີບທີ່ສັ້ນເກີນໄປ ເຮັດໃຫ້ເລັບສັກເປັນໄດ້ງ່າຍຂຶ້ນ.
  3. ເລັບຜິດຮູບ : ມັກເປັນຕັ້ງແຕ່ກຳເນີດ ມັກຈະເປັນເລັກທີ່ກ້ວາງກ່ວາພື້ນເລັບ ແລະ ຂອບເລັບມີລັກສະນະໂຄ້ງໂກບເຂົ້າຫາຊີ້ນຫລາຍກ່ວາປົກກະຕິ.
  4. ອຸປະຕິເຫດ : ເຊັ່ນ ຂອງຫລິ້ນຕົກໃສ່ນິ້ວຕີນ ຫລື ຍ່າງເຕະຂອງແຂງ ເປັນຕົ້ນແມ່ນຍ່າງເຕະໂຕະ-ຕັ່ງ.
  5. ໃຊ້ຕີນເຕະຂອງແຂງຕະຫລອດ ເຊັ່ນ : ນັກກິລາບານເຕະ, ນັກມວຍ.
  6. ເປັນຜູ້ປ່ວຍພະຍາດເບົາຫວານ ຫລື ພະຍາດອື່ນໆທີ່ເຮັດໃຫ້ເລືອດມາລ້ຽງປາຍຕີນໄດ້ບໍ່ດີ ສ່ຽງເປັນເລັບສັກໄດ້.
  • ອາການເລັບສັກ :
  1. ຊີ້ນຂ້າງໆເລັບຈະບວມແດງ, ໃຄ່ຂຶ້ນ, ແຂງ, ບີບ ຫລື ກົດ ຈະເຈັບ.
  2. ຫາກປ່ອຍປະໄວ້ ບໍ່ເບິ່ງແຍງປິ່ນປົວໃຫ້ເຊົາ ອາດມີອາການບວມໃຄ່ຮຸນແຮງ ແລະ ຕິດເຊື້ອເປັນນຳ້ໜອງໄດ້.
  • ວິທີປິ່ນປົວເລັບສັກ : ຫາກມີອາການບວມແດງ, ເຈັບ, ແຕ່ຍັງບໍ່ທັນມີນຳ້ໜອງ ແພດຈະພິຈາລະນາໃຫ້ກັບເມືອປິ່ນປົວເອງຢູ່ເຮືອນ ໂດຍການ :
  1. ແຊ່ນຳ້ອຸ່ນ ມື້ລະ 3 – 4 ເທື່ອ ຢ່າງໜ້ອຍ 2 ມື້ ເຊົ້າ – ແລງ.
  2. ພະຍາຍາມເຮັດໃຫ້ຕີນແຫ້ງຕະຫລອດເວລາ ແລະ ໝັ່ນປົດເກີບ.
  3. ເລືອກເກີບທີ່ມີຂະໜາດພໍດີກັບຕີນ ທັງຊົງເກີບ ຫລື ຖ້າເປັນໄປໄດ້ໃຫ້ເລືອກເກີບທີ່ເປີດໜ້າ ເຊັ່ນ : ເກີບແຕະ ຫລື ເກີບຄີບ.
  4. ຕັດເລັບຕີນໃຫ້ຖືກວິທີຢູ່ສະເໝີ.
  5. ກິນຢາແກ້ປວດ ແລະ ຢາແກ້ອັກເສບ ຖ້າມີອາການປວດ ໂດຍຕ້ອງໄປປຶກສາທ່ານໝໍເພື່ອຮັບຢາ. ຫາກມີນຳ້ໜອງຈາກອາການອັກເສບ ແພດອາດພິຈາລະນາຜ່າຕັດ, ຖອເລັບບາງສ່ວນ ແລະ ກິນຢາປິ່ນປົວຕໍ່ໄປ.
  • ວິທີຕັດເລັບຕີນທີ່ຖືກຕ້ອງ :
  1. ໃຊ້ມີດຕັດເລັບທີ່ສະອາດ ແລະ ຄົມ.
  2. ຄວນໃຊ້ມີດຕັດເລັບຕີນໂດຍສະເພາະ ເຊິ່ງຈະມີລັກສະນະພາກສ່ວນບ່ອນຕັດຊື່, ບໍ່ໂຄ້ງງໍ.
  3. ຖ້າຫາມີດຕັດເລັບຕີນບໍ່ໄດ້ ຄວນເລືອກມີດຕັດເລັບທີ່ອັນໃຫຍ່ແດ່ ແລະ ມີພາກສ່ວນບ່ອນຕັດຈະໂຄ້ງ ແຕ່ບໍ່ຫລາຍ.
  4. ບໍ່ຕັດເລັບສັ້ນຈົນເກີນໄປ (ບໍ່ຕັດຈຳກົກເລັບ).
ເລັບສັກເກີດຈາກຫຍັງ - ວິທີປ້ອງກັນ ແລະ ປິ່ນປົວ. - 5 - ເລັບສັກເກີດຈາກຫຍັງ – ວິທີປ້ອງກັນ ແລະ ປິ່ນປົວ.
ເລັບສັກເກີດຈາກຫຍັງ - ວິທີປ້ອງກັນ ແລະ ປິ່ນປົວ. - 4 - ເລັບສັກເກີດຈາກຫຍັງ – ວິທີປ້ອງກັນ ແລະ ປິ່ນປົວ.
ເລັບສັກເກີດຈາກຫຍັງ - ວິທີປ້ອງກັນ ແລະ ປິ່ນປົວ. - 3 - ເລັບສັກເກີດຈາກຫຍັງ – ວິທີປ້ອງກັນ ແລະ ປິ່ນປົວ.