ຄາລອສ ເຕເບສ ປະກາດຢຸດຕິອາຊີບນັກເຕະດ້ວຍອາຍຸ 38 ປີ
ຄາລອສ ເຕເບສ ກອງຫນ້າປະສົບການຫລາຍຊາວອາເຈນຕີນາ ອອກມາປະກາດເຊົາຫລິ້ນອາຊີບຢ່າງເປັນທາງການ ດ້ວຍອາຍຸ 38 ປີ ໂດຍເຫດຜົນທີ່ລາວເຊົາຫລິ້ນບານເຕະເປັນເພາະພໍ່ລ້ຽງໄດ້ເສຍຊີວິດ.
ເຕເບສ ບໍ່ໄດ້ລົງຫລິ້ນເກມທາງການນັບຕັ້ງແຕ່ແຍກທາງກັບ ໂບຄາ ຈູເນຍ ເມື່ອປີ 2021 ແລະ ຫລ້າສຸດລາວອອກມາປະກາດ ແຂວນເກີບຮຽບຮ້ອຍແລ້ວ ພາຍຫລັງທີ່ ເຊກຸນໂດ ໄຣມຸນໂດ ພໍ່ຂອງລາວເຊິ່ງເປັນກຳລັງໃຈສຳຄັນໃນການຫລິ້ນ ບານເຕະໄດ້ ເສຊີວິດໄປເມື່ອເດືອນກຸມພາທີ່ຜ່ານມາ.
‘‘ ຂ້ອຍຂໍຢຸດການຫລິ້ນບານເຕະແລ້ວ ຂ້ອຍສາມາດຢືນຢັນໄດ້ວ່າ ຂ້ອຍເຊົາເພາະຂ້ອຍເສຍຄົນທີ່ສຳຄັນທີ່ສຸດ ແລະ ແຮງບັນດານ ໃຈຂອງຂ້ອຍໄປ ຕອນນີ້ຂ້ອຍມີຄວາມສຸກກັບຊີວິດ, ຄອບຄົວ ແລະ ທຸລະກິດ ຂ້ອຍໄດ້ຮັບຂໍ້ສະເຫນີຈຳນວນຫລາຍ ແຕ່ມັນເກີດ ການປ່ຽນແປງທີ່ສຳຄັນສຳລັບຄອບຄົວຂອງຂ້ອຍ ໃນຖານະນັກເຕະ ຂ້ອຍໄດ້ທຸ່ມເທທຸກຢ່າງໄປແລ້ວ ’’,
ສຳລັບ ເຕເບສ ເຄີຍຫລິ້ນໃຫ້ກັບຫລາຍສະໂມສອນຊື່ດັງໃນຢູໂຣບ ເຊັ່ນ : ແມນເຊສເຕີ ຢູໄນເຕັດ, ແມນເຊສເຕີ ຊິຕີ, ຢູເວນຕຸສ, ເວສແຮມ ຢູໄນເຕັດ.