ເປແອສເຊ ກຽມດຶງ ມູຣິນໂຢ ຄຸມທີມແທນ ໂປເຊັດຕີໂນ
ໂຈເຊ ມູຣິນໂຢ ຜູ້ຈັດການທີມປະສົບການຫລາຍຂອງ ໂຣມາ ກັບມາໂດ່ງດັງອີກເທື່ອຫນຶ່ງ ຫລັງ ເປແອສເຊ ຈ້ອງຈະດຶງໄປຄຸມທີມແທນ ເມົາຣີຊີໂອ ໂປເຊັດຕີໂນ ທີ່ໃກ້ຊະຕາຂາດເຕັມທີ.
ປາຣີສ ແຊັງ ແຊັກແມັງ ທີມແຊ໊ມລີກ ເອິງ ຝຣັ່ງ ເລັງຄວ້າຕົວ ໂຈເຊ ມູຣິນໂຢ ຜູ້ຈັດການທີມຊາວໂປຣຕຸເກສ ຂອງ ໂຣມາ ທີມດັງແຫ່ງ ກັລໂຊ ເຊເຣຍ ອາ ອິຕາລີ ໄປນັ່ງຕຳແຫນ່ງຜູ້ຈັດການທີມຄົນໃຫມ່ແທນ ເມົາຣີຊີໂອ ໂປເຊັດຕີໂນ ຜູ້ຈັດການທີມຊາວອາເຈນຕີນາ ທີ່ມີລາຍງານວ່າໃກ້ຈະຖືກອອກຈາກທີມເຕັມທີ.
ເດິ ຊັນ ສື່ຊັ້ນນຳຂອງອັງກິດ ລາຍງານວ່າ ປາຣີສ ຮູ້ສຶກປະທັບໃຈໃນຜົນງານຂອງ ມູຣິນໂຢ ຫລັງພາ ໂຣມາ ຄວ້າແຊ໊ມ ຢູໂຣປາ ຄອນເຟີເຣັນ ລີກ ໄປຄອງໄດ້ສຳເລັດ ແລະ ຄວ້າອັນດັບ 6 ໃນເຊເຣຍ ອາ ລະດູການຫລ້າສຸດ.
ດ້ວຍເຫດນີ້ ເປແອສເຊ ຈຶ່ງຫວັງຈະດຶງສາຍາ The Special One ໄປຄຸມທີມແທນ ໂປເຊັດຕີໂນ ທີ່ສ້າງຜົນງານໄດ້ບໍ່ດີ ໂດຍສະເພາະໃນ ແຊ໊ມປຽນ ລີ ຕະຫລອດໄລຍະ 2 ລະດູການທີ່ຜ່ານມາ ແຕ່ກໍຕ້ອງລໍຖ້າໄປກ່ອນ ເນື່ອງຈາກ ມູຣິນໂຢ ອາຍຸ 59 ປີ ຍັງເຫລືອສັນຍາໃນຖິິ່ນ ສະຕາດີໂອ ໂອລິມປິໂກ ຈົນເຖິງປີ 2024.