ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14

ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14 - 7d8180f0 daf3 11ec b7fe 2ac0d227028b - ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14
ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14 - kitchen vibe - ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14

ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14 - 7d8180f0 daf3 11ec b7fe 2ac0d227028b - ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14

ຣາຟາເອລ ນາດາລ ຍັງຄົງຄອງຄວາວມເປັນຣາຊາແຫ່ງການແຂ່ງຂັນ ເຟຣັນ ໂອເພັນ ຢ່າງຕໍ່ເນື່ອງ ຫລັງໃຊ້ເວລາພຽງ 2 ຊົ່ວໂມງກວ່າໆ ເອົາຊະນະ ແຄສເປີ ຣຸສ 3 ເຊັດລວດ ໃນຮອບຮອງຊະນະເລີດເມື່ອວັນອາທິດທີ່ຜ່ານມາ ຄວ້າແຊ໊ມເປັນສະໄຫມທີ 14.

ການແຂ່ງຂັນເທັນນິສ ເຟຣັນ ໂອເພັນ 2022 ແກຣນແຊ໊ມທີ 2 ຂອງປີ ໃນສະຫນາມດິນທີ່ ໂຣລ໊ອງ ກາໂຣສ ໃນນະຄອນຫລວງປາຣີສ ປະເທດຝຣັ່ງ ເມື່ອວັນອາທິດທີ 5 ມິຖຸນາທີ່ຜ່ານມາ ເປັນວັນທີ 15 ແລະ ມື້ສຸດທ້າຍຂອງການແຂ່ງຂັນ ປະເພດຊາຍດ່ຽວ ຮອບຊີງຊະນະເລີດ ຣາຟາເອລ ນາດາລ ມື 5 ຂອງລາຍການຈາກສະເປນ ເຈົ້າຂອງແຊ໊ມລາຍການນີ້ 13 ສະໄຫມ ແລະ ແຊ໊ມແກຣນສະແລມ 21 ລາຍການ ພົບກັບ ແຄສເປີ ຣຸສ ມື 8 ລາຍການ ຈາກນໍເວ ເຊິ່ງຜ່ານເຂົ້າຮອບຊີງຊະນະເລີດໃນລາຍການແກຣນສະແລມເປັນຄັ້ງທຳອິດ.

ຜົນການແຂ່ງຂັນປາກົດວ່າ ນາດາລ ເອົາຊະນະໄປຂາດລອຍ 3-0 ເຊັດ 6-3, 6-3, 6-0 ໃຊ້ເວລາແຂ່ງຂັນໄປພຽງ 2 ຊົ່ວໂມງ 18 ນາທີ ຄວ້າແຊ໊ມລາຍການນີ້ໄປຄອງໄດ້ສຳເລັດເປັນສະໄຫມທີ 14 ແລະ ເປັນແຊ໊ມແກຣນສະແລມລາຍການທີ 22 ຂອງລາວ ເປັນສະຖິຕິຫລາຍທີ່ສຸດໃນປະຫວັດສາດນຳຫນ້າ ໂນວັກ ຢໍໂຄວິດ ມື 1 ຂອງໂລກຈາກເຊີເບຍ ແລະ ໂຣເຈີ ເຟເດີເຣີ ຕຳນານນັກເທັນນິສຊາວສະວິດເຊີແລນ ທີ່ໄດ້ໄປຄົນລະ 20 ລາຍການ ນອກຈາກນີ້ ຍອດນັກເທັນນິສຈາກສະເປນຍັງສ້າງສະຖິຕິເປັນນັກເທັນນິດອາຍຸຫລາຍທີ່ສຸດທີ່ໄດ້ແຊ໊ມຊາຍດ່ຽວ ເຟຣັນ ໂອເພັນ ດ້ວຍອາຍຸ 36 ປີກັບອີກ 2 ມື້ນຳອີກ.

ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14 - 4 - ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14
ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14 - 5 - ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14
ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14 - 3 - ນາດາລ ຊະນະ ຣຸດ ຄວ້າແຊ໊ມ ເຟຣັນ ໂອເພັນ ສະໄຫມທີ 14