ຫລຽງ ເຫວິນໂປ໋ ຖືກໂທດຫ້າມແຂ່ງຂັນລາຍການສະນຸກເກີໂລກເຖິງເດືອນສິງຫາ

ຫລຽງ ເຫວິນໂປ໋ ນັກສະນຸກເກີຊື່ດັງຂອງຈີນ ຖືກສັ່ງຫ້າມບໍ່ໃຫ້ແຂ່ງຂັນລາຍການລະດັບໂລກຈົນເຖິງວັນທີ 1 ສິງຫາ ຫລັງມີຄວາມຜິດຖານທຳຮ້າຍຮ່າງກາຍຜູ້ອື່ນ.
ຫລຽງ ເຫວິນໂປ໋ ນັກສະນຸກເກີຊື່ດັງຂອງຈີນ ຖືກສະມາຄົມກິລາບິລລຽດ ແລະ ສະນຸກເກີອາຊີບໂລກ (WPBSA) ສັ່ງຫ້າມບໍ່ໃຫ້ລົງແຂ່ງຂັນລາຍການລະດັບໂລກຈົນເຖິງວັນທີ 1 ສິງຫາ ຈາກກໍລະນີຖືກຕັດສິນວ່າມີ ຄວາມຜິດ ຖານທຳຮ້າຍຮ່າງກາຍຜູ້ອື່ນ.
ສຳລັບ ຫລຽງ ຕົກເປັນຄະດີຄວາມຈາກກໍລະນີທຸບຕີ ແລະເຕະຜູ້ຍິງຄົນຫນຶ່ງໃນເມືອງເຊບຟິລ ຂອງອັງກິດ ເມື່ອເດືອນກໍລະກົດ 2021 ເຊິ່ງມີກ້ອງວົງຈອນປິດຈັບພາບໄດ້ ແລະ ລາວຍອມຮັບສາລະພາບ ເຮັດໃຫ້ຕ້ອງຮັບໂທດປັບເງິນ 1,380 ປອນ ແລະ ບຳເພັນປະໂຫຍດຕໍ່ສັງຄົມ 12 ເດືອນ.
ຖະແຫລງການຈາກ WPBSA ຫລຽງ ເຫວິນໂປ໋ ຍອມຮັບວ່າກະທຳການລະເມີດລະບຽບຂອງສະມາຄົມດັ່ງກ່າວ ລາວຈະຖືກ ລະດັບຈາກການແຂ່ງຂັນ ຫລື ມີສ່ວນຮ່ວມໃນກິດຈະກຳດ້ານສະນຸກເກີ ທັງຫມົດຈົນເຖິງເດືອນສິງຫາ ແລະ ຊຳລະຄ່າພິຈາລະ ຄະດີອີກ 1,000 ປອນ.
ທັງນີ້ ຫລຽງ ອາຍຸ 35 ປີ ເຄີຍຄອງອັນດັບໂລກສູງສຸດຢູ່ທີ່ອັນດັບ 11, ລວມເຖິງເຄີຍໄດ້ລາຍການໃຫຍ່ຢ່າງ ອິລລິສ ໂອເພັນ ເມື່ອປີ 2016 ນອກຈາກນີ້ ຍັງເຄີຍແຂ່ງຂັນໃນນາມທີມຊາດຈີນ ແລ້ວຄວ້າຫລຽນຄຳໃນເອຊຽນເກມມາ 2 ຫລຽນ.