ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ

ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ - 1054d820 9ba8 4296 95d4 dec86307085a - ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ
ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ - kitchen vibe - ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ

ທ່ານ ບຸນຈັນ ຈອມມະນີ ຮອງຫົວໜ້າພາສີປະຈຳແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນທ້າຍເດືອນພຶດສະພາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີແຂວງບໍລິຄຳໄຊໄດ້ຮັບແຈ້ງຈາກພົນລະເມືອງດີມີລົດຂົນສົ່ງເຄື່ອນຍ້າຍໄມ້ຜິດກົດໝາຍຢູ່ເຂດເມືອງທ່າພະບາດ, ເຂດປາກກະດິງ ແລະ ຢູ່ເຂດເມືອງຄຳເກີດ, ເຈົ້າໜ້າທີ່ພາສີປະຈຳແຂວງໄດ້ເຄື່ອນໄຫວ, ຕິດຕາມຈົນຮອດວັນທີ 31 ພຶດສະພາ 2022, ຈຶ່ງໄດ້ພົບລົດເປົ້າໝາຍຢູ່ເຂດບ້ານປາກກະດັນ ເມືອງປາກຊັນ ແຂວງບໍລິຄໍາໄຊ, ກຳລັງເດີນທາງລົງໄປຕາມເສັ້ນທາງເລກທີ 13 ໃຕ້, ເຈົ້າໜ້າທີ່ພາສີປະຈຳແຂວງບໍລິຄໍາໄຊທີ່ອອກປະຕິບັດໜ້າວຽກງານວິຊາສະເພາະໄດ້ຕິດຕາມຢ່າງໃກ້ສິດຈົນຮອດເຂດບ້ານນໍ້າທອນ ເມືອງປາກກະດິງ ແຂວງບໍລິຄໍາໄຊ.

ຈຶ່ງໄດ້ຂໍອະນຸຍາດຈາກເຈົ້າຂອງພາຫະນະກວດກາສິນຄ້າພາຍໃນລົດ ເບື້ອງຕົ້ນບໍ່ພົບເຫັນສິນຄ້າຜິດກົດໝາຍ, ແຕ່ດ້ວຍຄວາມສົງໃສຂອງເຈົ້າໜ້າທີ່ພາສີຈຶ່ງໄດ້ກວດຄົ້ນຢ່າງລະອຽດຍ້ອນຜູ້ກຽ່ວດັດແປງສະພາບພື້ນລົດ, ຈຶ່ງພົບໄມ້ຈຳ ນວນຫຼາຍລາຍການປະກອບມີ: ໄມ້ໝູນ ຈໍານວນ 6 ໂຕເທົ່າກັບ 0,16 ແມັດກ້ອນ, ໄມ້ຄຳພີ ຈໍານວນ 2 ໂຕເທົ່າກັບ 0,03 ແມັດກ້ອນ, ໄມ້ຄໍາພີ (ໄມ້ເສດ) ເທົ່າກັບ 237 ກິໂລກຣາມ, ໄມ້ດູ່ ຈໍານວນ 4 ໂຕເທົ່າກັບ 0,04 ແມັດກ້ອນ ແລະ ໄມ້ແຕ້ຂ່າ ຈໍານວນ 38 ໂຕເທົ່າກັບ 2,13 ແມັດກ້ອນລວມທັງໝົດເທົ່າກັບ 2,37 ແມັດກ້ອນ ແລະ 237 ກິໂລກຣາມ.

ສຳລັບການກະທໍາຜິດໃນຄັ້ງນີ້ຖືວ່າຜິດຕໍ່ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍປ່າໄມ້ ແລະ ຄຳສັງຂອງນາຍົກລັດຖະມົນຕີ ແຫ່ງສປປ ລາວ ເລກທີ 15/ນຍ, ຊຶ່ງໃນປັດຈຸບັນຍັງຢູ່ໃນຂັ້ນຕອນຂະບວນການສືບສວນສອບສວນຂອງເຈົ້າໜ້າທີ່ເພື່ອດຳເນີນຄະດີຕໍ່ຜູ້ກະທໍາຜິດຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ - 5 - ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ
ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ - 4 - ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ
ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ - 3 - ເຈົ້າໜ້າທີ່ພາສີ ປະຈຳແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ