ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ

ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ - 1 GettyImages 1124748572 - ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ
ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ - kitchen vibe - ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ

ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ - 1 GettyImages 1124748572 - ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ

ຟາບຣີຊີໂອ ໂຣມາໂນ ນັກຂ່າວຮູ້ເລິກຮູ້ຈິງ ເປີດເຜີຍວ່າ ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ພ້ອມໃຫ້ໂອກາດ ດອນນີ ຟານ ເດິ ເບັກ ໄດ້ພິສູດສັກກະຍາພາບຂອງຕົວເອງແນ່ນອນ ຫລັງນາຍໃຫຍ່ຊາວຮອນແລນ ຈະສ້າງທີມໂດຍມີສິດເກ່ົາຢູ່ໃນແຜນແນ່ນອນ.

ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ - Visit Laos Visit SALANA BOUTIQUE HOTEL - ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ
ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ - Visit Laos Visit SALANA BOUTIQUE HOTEL - ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ

ດອນນີ ຟານ ເດິ ເບັກ ກອງກາງຊາວຮອນແລນ ມີໂອກາດທີ່ຈະໄດ້ກັບມາແຈ້ງເກີດອີກເທື່ອຫນຶ່ງກັບ ແມນເຊສເຕີ ຢູໄນເຕັດ ຫລັງ ເອຣິກ ເທນ ຮາກ ຜູ້ຈັດການທີມຄົນໃຫມ່ ຈະສ້າງທີມໂດຍມີລາວເປັນຫນຶ່ງໃນນັກເຕະສຳຄັນທີມແມນຢູ.

ກອງກາງອາຍຸ 25 ປີ ຍ້າຍຈາກ ອາແຈັກ ອຳເຕີດຳ ມາຫລິ້ນໃນຖິ່ນໂອນແທຣັຟຟອດ ເມື່ອລະດູການ 2020 ແຕ່ນັກເຕະຕ້ອງພົບ ກັບຄວາມຍາກລຳບາກໃນການປັບຕົວ ໂດຍສະເພາະການຖືກຈັບໄປຫລິ້ນໃນຕຳແຫນ່ງທີ່ບໍ່ຖະຫນັດ.

ຟານ ເດີ ເບັກ ເກືອບຈະບໍ່ຄ່ອຍໄດ້ລົງສະຫນາມໃຫ້ກັບ ແມນຢູ ສະໄຫມທີ່ ໂອເລ ກຸນນາ ໂຊລຊາ ຄຸມທີມ ເນື່ອງຈາກລາວມັກການ ໃຫ້ ບຣູໂນ ເຟີນານເດສ ຫລິ້ນໃນຕຳແຫນ່ງກອງກາງ ແລະການຢືນເລິກໃນແຜງກອງກາງກໍບໍ່ສາມາດງັດຟອມເກ່ັງອອກມາໄດ້ ສຸດທ້າຍກໍຕ້ອງຮອງ ສະກັອດ ແມັກໂທມີເນ ແລະ ເຟຣັດ.

ເມື່ອເຂົ້າສູ່ຍຸກ ຣາຟ ຣັງນິກ ສະຖານະການຂອງ ຟານ ເດິ ເບັກ ຍິ່ງຕົກຕຳ່ລົງຫລາຍກວ່າເກ່ົາ ເມື່ອລາວເກືອບບໍ່ມີໂອ ກາດໄດ້ສະແດງສີຕີນເລີຍ ແລະ ສຸດທ້າຍຕ້ອງຖືກສົ່ງໄປຫລິ້ນແບບຢືມຕົວກັບ ເອຟເວີຕັນ ໄລຍະຕະຫລາດນັກ ເຕະເດືອນມັງກອນຜ່ານມາ.

ແນວໃດກໍຕາມ ຟາບຣີຊີໂອ ໂຣມາໂນ ນັກຂ່າວຊື່ດັງຊາວອິຕາລີ ເປີດເຜີຍວ່າ ເທນ ຮາກ ຮູ້ເຖິງຄຸນນະພາບຂອງ ຟານ ເດິ ເບັກ ເປັນຢ່າງດີເນື່ອງຈາກເຄີຍປັ້ນມາກັບມື ແລະ ນັກເຕະຄືຫນຶ່ງໃນກະແຈສຳຄັນທີ່ເຮັດໃຫ້ ອາແຈັກ ທະລຸເຂົ້າຮອບຕັດເຊືອກ ຢູຟາ ແຊ໊ມປຽນ ລີກ ແລະ ຄວ້າແຊ໊ມລີກ ເນເທີແລນ ກັບ ດັດ ຄັບ ລະດູການ 2018/2019.

ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ - 5 - ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ
ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ - 4 - ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ
ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ - 3 - ເທນ ຮາກ ພ້ອມໃຫ້ໂອກາດ ຟານເດິເບັກ ພິສູດຕົວເອງອີກຄັ້ງຫນຶ່ງ