ທ້ອນເງິນມື້ລະ 10.000 ກີບ ປ່ຽນຊີວິດທ່ານໄດ້
ພຽງແຕ່ທ່ານທ້ອນເງິນທຸກໆມື້ ມື້ລະ 10.000 ກີບ ພາຍໃນ 1 ປີ ທ່ານກໍຈະມີເງິນ 3.650.000 ກີບ ທ້ອນດົນໆໄປ 10 ປີ ທ່ານຈະມີເງິນທ້ອນ 36.500.000 ກີບ, ແຕ່ຫາກທ່ານບໍ່ທ້ອນເງິນເລີຍ ມີເທົ່າໃດກໍໃຊ້ຈົນໝົດ ປີໜ້າທ່ານກໍບໍ່ມີຫຍັງ ອີກ 10 ປີກໍບໍ່ມີ ມັນກໍຄືກັນກັບການໃຊ້ຊີວິດ ຖ້າໃນມື້ນີ້ທ່ານຕັ້ງໃຈເຮັດວຽກເຕັມທີ່ ຈົນຊ່ຽວຊານ, ສຶກສາຫາຄວາມຮູ້ພັດທະນາຊີວິດຕົນເອງຢູ່ເລື້ອຍໆ ໃນໄລຍະເວລາ 5 ປີ ທ່ານກໍອາດໄດ້ເລື່ອນຕຳແໜ່ງ, ອີກ 10 ປີ ທ່ານກໍຈະໄດ້ເປັນຫົວໜ້າ ແລະ ຫາກທ່ານຕັ້ງໃຈເຮັດ, ຕັ້ງໃຈຄິດແຕ່ເລື່ອງທີ່ມີປະໂຫຍດຕໍ່ຊີວິດ ທ່ານອາດຈະມີກິດຈະການ 3 ສາຂາ, ໃນ 10 ປີ ອາດຈະມີ 10 ສາຂາກໍເປັນໄດ້, ແຕ່ຫາກມື້ນີ້ທ່ານເມົາແຕ່ເຮັດໂຕເປັນຈິດອາສາເລື່ອງຂອງຄົນອື່ນ, ໄປສົນໃຈແຕ່ວຽກຂອງຄົນອື່ນ ຫລາຍກ່ວາວຽກ ຫລື ທຸລະກິດຂອງຕົນເອງ, ໝັ່ນເຮັດແຕ່ເລື່ອງທີ່ບໍ່ເຄີຍເກີດປະໂຫຍດເລີຍ, ຄິດແຕ່ເລື່ອງທີ່ບໍ່ໄດ້ເງິນ ຈັກປີຊີວິດຂອງທ່ານກໍຈະເທົ່າເກົ່າ ຄື ຢຸດຢູ່ແຕ່ບ່ອນເກົ່າ ບໍ່ໄປບໍ່ມາ ຄືກັບເລື່ອງການທ້ອນເງິນນີ້ ຫລາຍຄົນມັກຈະເສຍເວລາຊີວິດໄປກັບເລື່ອງບໍ່ເປັນເລື່ອງ ຫລື ບໍ່ໄດ້ປະໂຫຍດ ຫລື ແມ່ນແຕ່ເລື່ອງທີ່ບໍ່ໄດ້ກ່ຽວຂ້ອງກັບຕົນເອງເລີຍ ຈົນບໍ່ມີເວລາມາພັດທະນາຄວາມສາມາດຂອງຕົນເອງ. ສະນັ້ນ, ເຮົາຈັ່ງຫັນມາສ້າງສິ່ງດີໆໃຫ້ແກ່ຊີວິດຕົນເອງ, ເລື່ອງຂອງຄົນອື່ນຖ້າບໍ່ກ່ຽວກັບເຮົາ ເຮົາບໍ່ຈຳເປັນຕ້ອງຢາກຮູ້ທຸກຢ່າງກໍໄດ້, ຮູ້ເທົ່າທີ່ເຂົາຢາກບອກກໍພໍ. ສິ່ງທີ່ທ່ານຄິດຈະເຮັດໃນມື້ນີ້ ມັນຈະສົ່ງຜົນຕໍ່ອະນາຄົດຂອງທ່ານໄດ້. ສະນັ້ນ, ທ່ານຢາກໃຫ້ຊີວິດເປັນແບບໃດ, ຢາກມີເງິນທ້ອນຫລືບໍ່ມີ ທ່ານກຳນົດໄດ້. ທ່ານຈະທຸກກໍຕໍ່ເມື່ອທ່ານຍອມແພ້ ສິ່ງສຳຄັນຄື ຢ່າງໜ້ອຍທ່ານກໍໄດ້ລອງລົງມືເຮັດຫຍັງຈັກຢ່າງແລ້ວ.