ຄວາມຄືບໜ້າຄະດີຢາບ້າ 12 ລ້ານເມັດ ເປັນພຽງຜູ້ຂົນສົ່ງ ສ່ວນຜູ້ບົງການເບື້ອງຫລັງຍັງສືບສວນຕໍ່ໄປ
![ຄວາມຄືບໜ້າຄະດີຢາບ້າ 12 ລ້ານເມັດ ເປັນພຽງຜູ້ຂົນສົ່ງ ສ່ວນຜູ້ບົງການເບື້ອງຫລັງຍັງສືບສວນຕໍ່ໄປ - 286308744 1455191048268165 1609116093282530572 n - ຄວາມຄືບໜ້າຄະດີຢາບ້າ 12 ລ້ານເມັດ ເປັນພຽງຜູ້ຂົນສົ່ງ ສ່ວນຜູ້ບົງການເບື້ອງຫລັງຍັງສືບສວນຕໍ່ໄປ ຄວາມຄືບໜ້າຄະດີຢາບ້າ 12 ລ້ານເມັດ ເປັນພຽງຜູ້ຂົນສົ່ງ ສ່ວນຜູ້ບົງການເບື້ອງຫລັງຍັງສືບສວນຕໍ່ໄປ - 286308744 1455191048268165 1609116093282530572 n - ຄວາມຄືບໜ້າຄະດີຢາບ້າ 12 ລ້ານເມັດ ເປັນພຽງຜູ້ຂົນສົ່ງ ສ່ວນຜູ້ບົງການເບື້ອງຫລັງຍັງສືບສວນຕໍ່ໄປ](https://www.laophattananews.com/wp-content/uploads/2022/06/286308744_1455191048268165_1609116093282530572_n.jpg)
ໃນວັນທີ 4 ມິຖຸນາ 2022 ຫ້ອງຕໍາຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງບໍ່ແກ້ວ ໄດ້ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ 01 ລາຍ, ສາມາດກັກຕົວຜູ້ຖືກຫາ ຈໍານວນ 2 ຄົນຄື:
– ທ້າວ ຕູ່ມົງ ຢ່າງ ອາຍຸ 30 ປີ, ອາຊີບ ສ້ອມແປງ, ຊົງເຜົ່າມົງ, ຢູ່ບ້ານໄຊອຸດົມ, ເມືອງຜາອຸດົມ, ແຂວງບໍ່ແກ້ວ;
– ທ້າວ ພົມມາ ຜາຍວົງໄຊ ອາຍຸ 29 ປີ, ອາຊີບຂັບລົດ, ຊົນເຜົ່າລາວລຸ່ມ, ຢູ່ບ້ານນາເຕີຍ, ເມືອງ ຫຼວງນໍາທາ, ແຂວງຫຼວງນໍາທາ.
ຜ່ານການກວດຂົ້ນໄດ້ພົບເຄື່ອງຂອງກາງ : ຢາເສບຕິດປະເພດຢາບ້າຈໍານວນ 6000ມັດ ເທົ່າກັບ 12.000.000 ເມັດ, ນໍາໜັກ 1,440 ກິໂລກຮາມ, ລົດບັນທຸກ 06 ລໍ້ສີຂາວ ຍີຫໍ້ ທະບຽນ ບຄ 5063 ກໍາແພງນະຄອນ, ລົດກະບະລີໂອ ສີຂາວ ທະບຽນກລ 3307 ກໍາແພງນະຄອນ, ປືນສັ້ນ ຊະນິດ 9 ມມ 1 ກະບອກ ຍີຫໍ້ AUSTRIA ພ້ອມລູກປືນ 1 ລູກ ໂທລະສັບ 3 ໜ່ວຍ.
ຜ່ານການສືບສວນ-ສອບສວນ ທ້າວ ຕູ່ມົ່ງ ຢ່າງ ໄດ້ໃຫ້ການຕໍ່ກັບເຈົ້້າໜ້າທີ່ວ່າ ການຂົນສົ່ງຢາເສບຕິດ ໃນຄັ້ັັັັັັັັັັັັັັັງນີ້ ທ້າວ ຕູ່ມົ່ງ ຢ່າງ ແລະ ທ້າວ ພົມມາ ແມ່ນມີສ່ວນພົວພັນຮູ້ເຫັນນໍາກັນໄດ້ຮັບຜິດຊອບຂົນສົ່ງຢາເສບຕິດ ໃຫ້ທ່າວໄມ່, ຢູ່ບ້ານສີເມືອງງາມ, ເມືອງຕົ້ນເຜີ້ງ ໄດ້ຮັບຄ່າຈ້າງ 400 ບາດຕໍ່ມັດ, ລວມຢາບ້າທັງໝົດ 6000 ມັດ ຕົກເປັນເງິນ 2,400,000 ບາດ ຫຼັງຈາກຮັບຢ່າເສບຕິດມາແລ້ວ ທ້າວ ຕູ່ມົ່ງ ຢ່າງ ໄດ້ຈ້າງ ທ້າວພົມມາ ໃຫ້ຂົ້ນສົ່ງແຕ່ເມືອງຕົ້ນເຜິ້ງ ລົງຮອດ ນະຄອນຫຼວງ ຈະໄດ້ຮັບຄ່າຈ້າງ 200.000 ບາດ ການຂົນສົ່ງຢາເສບຕິດໃນຄັ້ງນີ້ແມ່ນໄດ້ນໍາໃຊ້ລົດຈໍານວນ 3 ຄັນຄື: ລົດ 6 ລໍ້ ຍີ້ຫໍ້ FOTON ທະບຽນ ບຄ 5063 ກໍາແພງນະຄອນ ເປັນຄັນຕ່າງຢາເສບຕິດ, ລົດກະບະລີໂວ ປ້າຍທະບຽນ ກລ 3307 ກໍາແພງນະຄອນ ເປັນລົດຕ່າງຢ່າເສບຕິດແຕ່ ບ້ານສີບຸນເຮືອງ ມາໃສ່ລົດ 6 ລໍ້
ຈາກນັ້ນຈະນໍາໄປເປັນລົດເປີດທາງ ແລະ ລົດຈັກເວບ 01 ລົດຈໍານວນ 2 ຄັນຄື ລົດ 6 ລໍ້; ລົດລີໂວ ທີ່ໃຊ້ໃນໃນການຂົນສົ່ງໃນຄັ້ງນີ້ ແມ່ນລົດຂອງ ທ້າວ ຕູ່ມົ່ງ ຢ່າງ ເຊິ່ງຖືກທາງເຈົ້າໜ້າວິຊາສະເພາະຈັບໄດ້ທີ່ ເຂດປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກວດພົບປືນສັ້ນ ຊະນິດ 9 ມມ 1 ກະບອກ ຍີຫໍ້ AUSTRIA ພ້ອມລູກປືນ 1 ລູກ ໂທລະສັບ 3 ໜ່ວຍ ທາງເຈົ້້າໜ້າທີ່້ ພະແນກ ສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວ ຍັງພວມດໍາເນີນສືບສວນ-ສອບສວນ ຫາກຸ່ມແກ້ງ ເພື່ອນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.