ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ

ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ - 286337552 738726694242700 584641149893325910 n - ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ
ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ - kitchen vibe - ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ

ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ ນີ້ ທີ່ ແຂວງຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.

ທ່ານ ທອງຈັນ ມະນີໄຊ ໄດ້ມີຄໍາເຫັນວ່າ: ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ມີຄວາມໝາຍຄວາມສໍາຄັນ ພວກເຮົາໄດ້ຮັບຟັງການເຜີຍແຜ່ເນື້ອໃນຂອງກົດໝາຍດັ່ງກ່າວ, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ກ່ຽວກັບສິດ ແລະ ໜ້າທີ່ຂອງພະແນກພາຍໃນແຂວງ, ຫ້ອງການພາຍໃນເມືອງ ແລະ ນະຄອນ ເພື່ອຜັນຂະຫຍາຍອອກມາເປັນບົດແນະນໍາໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ແລະ ເປັນບ່ອນອີງອັນລະອຽດຈະແຈ້ງໃຫ້ແກ່ການຈັດຕັ້ງປະຕິບັດການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານສໍາຫຼວດວັດແທກ ແລະ ສ້າງແຜນທີ່ໆຢູ່ໃນຄວາມຮັບຜິດຊອບ, ຂອບເຂດສິດ ແລະ ພາລະບົດບາດຂອງຂະແໜງພາຍໃນ.

ກົດໝາຍວ່າດ້ວຍ ການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການຄຸ້ມຄອງການຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງການເຄື່ອນໄຫວວຽກງານ​ສຳ​ຫຼວດວັດ​ແທກ, ຖ່າຍ​ພາບ​ທາງ​ອາກາດ ​ແລະ ສ້າງ​ແຜນ​ທີ່ ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍ ​​ແລະ ນິຕິ​ກຳ​ຕ່າງ​ໆຂອງລັດ ວາງອອກ, ສາມາດຄຸ້ມຄອງການເຄື່ອນໄຫວວຽກ​ງານ​ດັ່ງກ່າວ ຂອງບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຢ່າງມີປະສິດທິຜົນ ເຮັດ​ໃຫ້ການ​ສ້າງ​ ແລະ ​ນຳ​ໃຊ້​ຂໍ້​ມູນ​ແຜນ​ທີ່​​ ລວມສູນ​ເປັນ​ເອກະ​ພາບໃນຂອບເຂດທົ່ວປະເທດ ໂດຍມີ​ມາດຕະຖານ​ເຕັກນິກດຽວ​ກັນ, ມີ​ຄວາມ​ສະດວກ​ໃນ​ການ​ຄຸ້ມ​ຄອງ-ກວດກາ, ນຳ​ໃຊ້ ​ແລະ ​ແລກປ່ຽນ​ຂໍ້​ມູນຮ່ວມກັນ, ສະດວກໃນການປັບປຸງ ແລະ ສະໜອງ​ຂໍ້​ມູນ​. ສາມາດຫຼີກ​ລ່ຽງ​​​ໄດ້ການຈັດ​ຕັ້ງ​ປະຕິບັດວຽກ​ງານ​​ສຳ​ຫຼວດວັດ​ແທກ, ຖ່າຍ​ພາບ​ທາງ​ອາກາດ ​ແລະ ສ້າງ​ແຜນ​ທີ່ ທີ່​ຊ້ຳ​ຊ້ອນກັນ ຂອງ​ຫຼາຍ​ຂະແໜງ​ການ ທັງ​ເປັນ​ການປະຢັດ​ງົບປະມານ​ຂອງ​ລັດຖະບານ​.

ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ - 4 - ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ
ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ - 5 - ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ
ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ - 3 - ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 8 ແຂວງພາກເໜືອ