ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ

ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ -                       - ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ
ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ - kitchen vibe - ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ

ໂດຍ: ລູກເມືອງພວນ

ຂະນະນີ້ບໍ່ສະເພາະແຕ່ລາວເຮົາທີ່ຕົກຢູ່ໃນສະພາບອັດຕະຄັດຂັດສົນທາງດ້ານເສດຖະກິດ ແຕ່ຫາກເປັນໄປທົ່ວທັງໂລກເຊັ່ນ: ລາຄານໍ້າມັນແພງບໍ່ເຄີຍມີມາກ່ອນ, ອາຫານການກິນ, ເຄື່ອງອຸປະໂພກ ບໍລິໂພກຕ່າງໆ ກໍພຸ່ງຂຶ້ນຕາມໆ ກັນ, ສະພາບເງິນເຟີ້ທີ່ຮ້າຍແຮງ….ເມື່ອມີສະພາວະແບບນີ້ເກີດຂຶ້ນກໍເປັນອັນແນ່ນອນວ່າ ປະເທດທຸກຍາກ ດ້ອຍພັດທະນາກໍຍ່ອມຈະໄດ້ຮັບຜົນກະທົບຫຼາຍ ແລະ ຮ້າຍແຮງກວ່າປະເທດທີ່ຮັ່ງມີ ແລະ ຈະເລີນແລ້ວ.

ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ - Visit Laos Visit SALANA BOUTIQUE HOTEL - ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ
ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ - Visit Laos Visit SALANA BOUTIQUE HOTEL - ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ

ສະເພາະຢູ່ລາວເຮົາ ເມື່ອຕົກຢູ່ໃນວິກິດການຄືແນວນັ້ນກໍເກີດມີຫາງສຽງວິພາກວິຈານຕ່າງໆ ນານາ, ໂດຍສ່ວນໃຫ່ຍແລ້ວ ແມ່ນພຸ່ງເປົ້າຕຳນິວິຈານລັດຖະບານເປັນຫຼັກ ຊຶ່ງມີລັກສະນະວ່າການວິກິດຄັ້ງນີ້ລັດຖະບານຕ້ອງຮັບຜິດຊອບ. ເວົ້າແບບນີ້ກໍບໍ່ຜິດ ເພາະລັດຖະບານເປັນຜູ້ບໍລິຫານບ້ານເມືອງ, ເປັນຜູ້ເບິ່ງແຍງດູແລຄວາມສຸກທຸກຂອງປະຊາຊົນ ແຕ່ເຫັນວ່າບໍ່ມີລັກສະນະສ້າງສັນ, ບໍ່ໃຫ້ຄວາມເປັນທຳຕໍ່ລັດຖະບານເທົ່າທີ່ຄວນ ຊຶ່ງມໍລະສຸມໃສ່ລັດຖະບານແຕ່ຝ່າຍດຽວ ໂດຍພວກເຮົາບໍ່ຄຳນຶງວ່າ ບັນຫາດັ່ງກ່າວເກີດຂຶ້ນແມ່ນຍ້ອນພວກເຮົາຄົນລາວທຸກຄົນທີ່ບໍ່ພ້ອມພາກັນເປັນເຈົ້າການໃນການຍົກສູງສະຕິຊາດ, ຄວາມເປັນຊາດ ແລະ ຄວາມຮັກຊາດຂອງຕົນໃຫ້ສູງຂຶ້ນ. ນັ້ນກໍຄື ຄົນລາວມັກຊົມໃຊ້ແຕ່ຜະລິດຕະພັນຂອງຕ່າງຊາດເປັນສ່ວນໃຫ່ຍ ທັງໆ ທີ່ມີບາງອັນ, ມີບາງປະເພດສິນຄ້າຂອງລາວຜະລິດໄດ້ແຕ່ບໍ່ຢາກຊົມໃຊ້, ນິຍົມຊົມໃຊ້ແຕ່ເງິນຕາຕ່າງປະເທດ ແລະ ອື່ນໆ.

ແມ່ນຢູ່ວ່າຄຸນນະພາບສິນຄ້າຂອງລາວອາດຈະຍັງທຽບກັບສິນຄ້າຂອງຕ່າງປະເທດບໍ່ທັນໄດ້ ແຕ່ພວກເຮົາກໍຄວນເຊີດຊູຄວາມເປັນເອກະລາດ, ຄວາມເປັນຊາດ ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນຂອງລາວຊ່ວຍກັນ(ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ), ເປັນເຈົ້າການນຳໃຊ້ເງິນກີບ(ຢູ່ເມືອງລາວໃຊ້ແຕ່ເງິນກີບ), ສ້າງຄ່ານິຍົມລາວທ່ຽວລາວ…ຖ້າພວກເຮົາທຸກຄົນເຮັດໄດ້ຄືແນວນີ້ ການຜະລິດຂອງລາວຄົງຈະເຂັ້ມແຂງຂຶ້ນ, ເງິນກີບຄົງຈະບໍ່ອ່ອນຄ່າເຖິງຂະໜາດນີ້, ເງິນຕາຈະບໍ່ໄຫຼອອກໄປຕ່າງປະເທດ.

ສະຫຼຸບຄວາມແລ້ວ ການຜະລິດຂອງລາວບໍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ເງິນກີບອ່ອນຄ່າ , ເສດຖະກິດຕົກຕໍ່າແບບນີ້ແມ່ນມີການພົວພັນນຳພວກເຮົາຄົນລາວທຸກຄົນ ທີ່ບໍ່ເປັນເຈົ້າການໃນການເຊີດຊູສະຕິຊາດ, ຄວາມເປັນຊາດ ແລະ ຄວາມຮັກຊາດຂອງຕົນໃຫ້ສູງຂຶ້ນ.

ເວລານີ້ເຫັນບັນຫາແລ້ວ ພວກເຮົາຄົນລາວຈົ່ງພ້ອມກັນເປັນຈິດໜຶ່ງໃຈດຽວຫັນມາໃຊ້ຜະລິດຕະພັນລາວ, ໃຊ້ເງິນກີບລາວ. ປະຕິບັດຄຳຂວັນທີ່ວ່າ: “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ”, “ຢູ່ເມືອງລາວ ຕ້ອງໃຊ້ແຕ່ເງິນກີບ”.
ສະຕິຊາດ, ຄວາມເປັນຊາດ, ຄວາມຮັກຊາດ, ຄວາມເປັນເອກະລາດ ເປັນເຈົ້າຕົນເອງ ຈະພາຊາດຮຸ່ງເຮືອງ.

ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ - 5 - ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ
ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ - 3 - ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ
ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ - 4 - ຄວາມຮັກຊາດ ແລະ ເປັນເຈົ້າຕົນເອງຈະພາຊາດຈະເລີນ