ຟີລິບປິນເຕືອນໄພພູໄຟ “ບູລູຊານ” ຫລັງພົ່ນຂີ້ເຖົ່າສູງ 1 ກິໂລແມັດ
June 6, 2022 - 9:45 PM
ວັນທີ 5 ມິຖຸນາ 2022, ພູບູລູຊານ (Bulusan) ໃນແຂວງຊໍໂຊໂກນ ທາງຕາເວັນອອກສຽງໃຕ້ຂອງນະຄອນຫລວງມະນິລາ ຂອງຟີລິບປິນ ພົ່ນຂີ້ເຖົ່າສີດຳເໜືອທ້ອງຟ້າລະຫວ່າງການລະເບີດຂອງໄອນ້ຳ (Phreatic Eruption) ກ່ອນຕົກລົງ ແລະ ປົກຄຸມທີ່ຢູ່ອາໄສ ແລະ ເນື້ອທີ່ປ່າບໍລິເວນໃກ້ຄຽງ ປ່ຽນພື້ນທີ່ອ້ອມຮອບເປັນສີເທົາ.
ໂດຍສະຖາບັນພູໄຟວິທະຍາ ແລະ ແຜ່ນດິນໄຫວວິທະຍາແຫ່ງຟີລິບປິນ (PHIVOLCS) ປະກາດຍົກລະດັບການເຕືອນພູໄຟບູລູຊານຈາກລະດັບ 0 ເປັນລະດັບ 1 ຫລັງພູໄຟໜ່ວຍດັ່ງກ່າວພົ່ນຂີ້ເຖົ່າສີເທົາລອຍຂຶ້ນສູ່ທ້ອງຟ້າປະມານ 1 ກິໂລແມັດ.