ລາວເຮົາຕ້ອງສຸມໃສ່ຜະລິດສິນຄ້າ ສະໜອງການບໍໂພກພາຍໃນ ຫລຸດຜ່ອນການນຳເຂົ້າ
ໃນທ່າມກາງການລະບາດພະຍາດໂຄວິດ-19 ກ່ອນໜ້ານີ້, ນອກຈາກທົ່ວສັງຄົມໄດ້ຮ່ວມກັນຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນແລ້ວ, ພັກ-ລັດຖະບານລວມທັງຜູ້ປະກອບການ, ປະຊາຊົນບັນດາເຜົ່າ ກໍໄດ້ເອົາໃຈໃສ່ຜະລິດສະບຽງອາຫານພາຍໃນຫລາຍຂຶ້ນເພື່ອຕອບສະໜອງສັງຄົມໄດ້ຢ່າງພຽງພໍໂດຍຫລາຍຄອບຄົວຢູ່ຫລາຍແຂວງໄດ້ເປັນເຈົ້າການປູກ-ລ້ຽງ ສາມາດສະໜອງໃຫ້ແກ່ຕະຫລາດພາຍໃນ ໃນໄລຍະວິກິດພະຍາດໂຄວິດ-19 ລວມທັງໄພເງິນເຟີ້ ແລະ ລາຄານໍ້ມັນແພງ.
ແນວໃດກໍດີຈາກການລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຢ່າງໜັກຕໍ່ຜູ້ປະກອບການຜະລິດສິນຄ້າໂດຍສະເພາະຕະຫລາດຈຳໜ່າຍຫລຸດລົງ ເຮັດໃຫ້ຜູ້ຜະລິດສິນຄ້າຈໍານວນໜຶ່ງຍຸຕິການຜະລິດ.
ອີງຕາມສະຖາບັນອຸດສາຫະກຳ ແລະ ການຄ້າ, ກະ ຊວງອຸດສາຫະກຳ ແລະ ການຄ້າ ຊີ້ໃຫ້ເຫັນວ່າ: ຜູ້ຜະ ລິດສິນຄ້າໂອດັອບໄດ້ຮັບຜົນກະທົບຫລາຍທັງຈາກສະພາບເສດຖະກິດທີ່ຝືດເຄືອງຍ້ອນການລະບາດຂອງໂຄວິດ-19 ໂດຍຕະຫລາດຈໍາໜ່າຍຜະລິດຕະພັນ ທີ່ຫລຸດລົງຫລາຍໃນປັດຈຸບັນ. ຂະນະທີ່ການນຳໃຊ້ເຕັກໂນໂລຊີຂອງຜູ້ຜະລິດສິນຄ້າໂອດັອບເພື່ອຂາຍສິນ ຄ້າ ຜ່ານລະບົບອອນລາຍ ກໍມີໜ້ອຍຫລາຍຖືເປັນບັນ ຫາທ້າທາຍໃນຍຸກການຕະຫລາດທີ່ຕ້ອງປັບໂຕເຂົ້າໃນວິຖີການດຳລົງຊີວິດແບບໃໝ່.
ແນວໃດກໍດີມີທາງອອກຫລາຍ ເຊິ່ງທັດສະນາຂອງຫລາຍທ່ານບອກວ່າ: ການສົ່ງເສີມໃຫ້ນຳໃຊ້ ແລະ ພັດທະນາຄວາມສາ ມາດທາງເຕັກໂນໂລຊີຂອງຜູ້ປະກອບການຜະລິດສິນຄ້າຮັບໃຊ້ການຂາຍຈຶ່ງຈໍາເປັນ ແລະ ຄວນໄດ້ຮັບການຊ່ວຍເຫລືອຈາກພາກສ່ວນກ່ຽວຂ້ອງ.ການເຂົ້າເຖິງເງິນກູ້ດອກເບ້ຍຕ່ຳ, ການຊ່ວຍດ້ານຕະຫລາດຈຳໜ່າຍ, ການໂຄສະນາສິນຄ້າລວມທັງຊ່ວຍສົ່ງເສີມການຊື້ ແລະ ນຳໃຊ້ສິນຄ້າ.
ເມື່ອເວົ້າເຖິງສິນຄ້າທີ່ພວກເຮົາສາມາດຜະລິດເອງໄດ້ແລ້ວ ຕ້ອງໄດ້ກຸມຂະມັບຍ້ອນເມື່ອຄົນລາວເຮົາສ່ວນຫລາຍບໍ່ຮູ້ດ້ວຍຊໍ້າວ່າເຮົາຜະລິດເອງມີຫຍັງແດ່? ຂະໜາດຮູ້ແລ້ວຍັງບໍ່ສົນໃຈຊື້ມາໃຊ້ມາກິນກໍມີຖົມເຖໄປ ຫລື ຍ້ອນມັນແພງກວ່າ,ຍ້ອນຂອດການໂຄສະນາປະຊາສຳພັນມີໜ້ອຍ ຫລື ເກືອບວ່າບໍ່ມີ, ຍ້ອນຄ່ານິຍົມສິນຄ້າປະເທດອ້ອມຂ້າງ.,ພາກສ່ວນກ່ຽວຂ້ອງຮູ້ບັນຫາແຕ່ກໍຍັງບໍ່ທັນສຸມໃສ່ແກ້ໄຂໃຫ້ເປັນຮູບປະທຳ ເຊັ່ນໝວດສິນຄ້າໃດທີ່ປະເທດເຮົາຜະລິດເອງໄດ້ ແມ່ນຫ້າມນຳເຂົ້າ…
ສະຫລຸບຄືບັນຫາສໍາຄັນຂອງການສົ່ງເສີມການຜະລິດພາຍໃນ ແມ່ນຕະຫລາດ, ແຫລ່ງທຶນ ແລະ ການເພີ່ມຄວາມຮູ້ ຄວາມສາມາດ ດ້ານເຕັກໂນໂລຊີສື່ສານໃຫ້ຜູ້ປະກອບການ ບວກໃສ່ການຊຸກຍູ້ສົ່ງເສີມອຳ ນວຍຄວາມສະດວກດ້ານຕ່າງໆຂອງພັກ-ລັດຈຶ່ງຈະເຮັດໃຫ້ການຜະລິດເປັນຄ້າເພື່ອຊົມໃຊ້ພາຍໃນປະເທດ ກ້າວໄປສູ່ການສົ່ງອອກ ກາຍເປັນແຫລ່ງລາຍຮັບ ທີ່ໝັ້ນຄົງຂອງປະເທດ.