ຊອນ ເຮືອງ ມິນ ຕິດນາຍແບບໂຄສະນາທີ່ໄດ້ຮັບຄວາມນິຍົມຂອງສະຖາບັນວິໄຈທຸລະກິດ ສ.ເກົາຫລີ
ຊອນ ເຮືອງ ມິນ ກອງຫນ້າຊາວ ສ.ເກົາຫລີ ຂອງສະໂມສອນ ທັອດແນມ ຮັອດສະເປີ ຕິດໃນລາຍຊື່ອັນດັບ 2 ຄວາມນິຍົມ ນາຍແບບ-ນາງແບບໂຄສະນາ ປະຈຳເດືອນມິຖຸນາຂອງສະຖາບັນວິໄຈທຸລະກິດ ສ.ເກົາຫລີ ໂດຍເປັນຮອງພຽງ ໄອຢູ ສິລະ ປິນຍິງຄົນດັງເທົ່ານັ້ນ.
ສະຖາບັນວິໄຈທຸລະກິດ ສ.ເກົາຫລີ ຫລື The Korean Business Research Intitute ໄດ້ເຮັດການເປີດເຜີຍການຈັດອັນດັບຊື່ສຽງ ແລະ ຄວາມນິຍົມຂອງນາຍແບບ-ນາງແບບໂຄສະນາ ປະຈຳເດືອນມິຖຸນາ ປີ 2022 ໂດຍມີຊື່ຂອງ ຊອນ ເຮືອງ ມິນ ດາວເຕະຊຸບ ເປີສະຕາຂອງທີມສະເປີ ທີມໃນພຣີເມຍລີກ ອັງກິດ ຕິດໃນລາຍຊື່ເປັນອັນດັບສອງ.
ໂດຍຊື່ຂອງ ຊອນ ເຮືອງ ມິນ ຕິດຢູ່ໃນອັນດັບສອງຂອງການຈັດອັນດັບ ໂດຍມີຕົວເລກດັດສະນີຊື່ສຽງຢູ່ທີ່ 3,273,492 ເປັນຮອງ ພຽງ ໄອຢູ ຫລື ອີ ຈີ-ອຶນ ນັກຮ້ອງ-ນັກສະແດງຄົນດັງຊາວ ສ.ເກົາຫລີ ທີ່ມີຕົວເລືອກດັດສະນີຊື່ສຽງຢູ່ທີ່ 3,516,545 ແລະ ອັນດັບສາມ ຕົກເປັນຂອງ BTS ສິລະປິນວົງຊາຍຊື່ດັງ.
ການຈັດອັນດັບດັ່ງກ່າວພິຈາລະນາຈາການວິເຄາະພິຶດຕິກຳຜູ້ບໍລິໂພກ ໂດຍໃຊ້ບິກດາຕ້າ ທີ່ລວບລວມຕັ້ງແຕ່ວັນທີ 6 ພຶດສະພາ- 6 ມິຖຸນາ ປະເມີນການມີສ່ວນຮ່ວມ ການສື່ສານ ແລະ ກ່າວເຖິງໃນເວັບໄຊສັງຄົມອອນລາຍ.
ສຳລັບ ຊອນ ເຮືອງ ມິນ ສ້າງຜົນງານໄດ້ຢ່າງດີເດ່ັນໃນພຣີເມຍລີກ ລະດູການທີ່ຜ່ານມາດ້ວຍການຍິງລວມ 23 ປະຕູ ສົ່ງຜົນໃຫ້ ຄວ້າລາງວັນເກີບຄຳ ຫລື ດາວຍິງສູງສຸດພຣີເມຍລີກໄປຄອງຮ່ວມກັບ ໂມຮາເຫມັດ ຊາລາ ກອງຫນ້າ ລີເວີພູລ, ສ້າງປະຫວັດສາດ ເປັນນັກເຕະຈາກທະວີບເອເຊຍຄົນທຳອິດທີ່ຄວ້າລາງວັນດັ່ງກ່າວມາຄອງ ລວມເຖິງໄດ້ຮັບການຕ້ອນຮັບເປັນຢ່າງ ດີໃນມື້ທີ່ ເດີນທາງກັບປະເທດ ໂດຍມີແຟນບານ ລວມເຖິງສື່ມວນຊົນມາຖ້າຕ້ອນຮັບເປັນຈຳນວນຫລາຍ ແລະ ຫລ້າສຸດລາວຫາກໍໄດ້ ຮັບເຄື່ອງອິດສະຣິຍາກອນ (ຊັ້ນສູງສຸດຂອງດ້ານກິລາ) ຂອງປະເທດ ສ.ເກົາຫລີ ນຳອີກ.