ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ

ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ - Mercato Paris Saint Germain is close to extending Mbappe His mother scaled - ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ
ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ - kitchen vibe - ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ

ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ - Mercato Paris Saint Germain is close to extending Mbappe His mother scaled - ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ

ຄີລຽນ ເອັມບັບເປ ຖືກຈັດອັນດັບເປັນນັກເຕະທີ່ມີມູນຄ່າສູງສຸດໃນໂລກ ຈາກການຈັດອັນດັບຂອງອົງກອນສຳຫລວດສະ ຖິຕິແວດວົງບານເຕະຊື່ດັງ ຂະນະທີ່ ວິນິຊິອຸສ ຈູເນຍ ແລະ ເອີຣິງ ເບຣົາ ຮາແລນ ມາເປັນອັນດັບ 2 ແລະ 3 ຕາມລຳດັບ.

ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ - Visit Laos Visit SALANA BOUTIQUE HOTEL - ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ
ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ - Visit Laos Visit SALANA BOUTIQUE HOTEL - ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ

ຄີລຽນ ເອັມບັບເປ ຍອດດາວຍິງຂອງ ປາຣີສ ແຊັງ ແຊັກແມັງ ທີມໃຫຍ່ແຫ່ງການແຂ່ງຂັນລີກ ເອິງ ຝຣັ່ງ ຖືກຈັດອັນດັບເປັນ ນັກເຕະບານທີ່ມີມູນຄ່າສູງສຸດໃນໂລກ ໂດຍມີມູນຄ່າເຫນືອ ວິນິຊິອຸສ ຈູເນຍ ປີກຂອງ ຣຽວ ມາດຣິດ ແລະ ເອີລິງ ເບຣົາ ຮາແລນ ດາວຍິງຕົວໃຫມ່ຂອງແມນເຊສເຕີ ຊິຕີ ຈາກການສຳຫລວດຂອງ CISSS Football Of Observatory (ອົງການສຳຫລວດເລື່ອງລາວໃນແວດວົງບານເຕະຊື່ດັງ ).

ຈາກການສຳຫລວດຂອງອົງກອນດັ່ງກາວ ເຊິ່ງໃຊ້ປັດໄຈເລື່ອງອາຍຸ ຜົນງານການຫລິ້ນ ມູນຄ່າດ້ານການຕະຫລາດຂອງສະໂມ ສອນຕົ້ນສັງກັດ ລວມເຖິງອັດຕາເງິນເຟີ້ ໃນການຄຳນວນມູນຄ່າຂອງນັກເຕະແຕ່ລະຄົນ ໂດຍ ເອັມບັບເປ ຄືນັກເຕະທີ່ມີມູນຄ່າ ສູງສຸດເປັນອັນດັບ 1 ໂດຍຖືກຕີມູນຄ່າໄວ້ທີ່ 175,7 ລ້ານປອນ, ຮອງລົງມາເປັນ ວິນິຊູິອຸສ ຈູເນຍ ມູນຄ່າ 158,3 ລ້ານປອນ, ສ່ວນອັນດັບ 3 ເປັນຂອງ ຮາແລນ ມູນຄ່າ 130,4 ລ້ານປອນ, ສ່ວນອັນດັບ 4 ແລະ 5 ເປັນຂອງ ເປດຣີ ກອງກາງດາວຮຸ່ງຂອງ ບາເຊໂລນາ ແລະ ຈູດ ເບລລິງແຮມ ກອງກາງ ໂບຣຸສເຊຍ ດອດມຸນ ຕາມລຳດັບ. ຂະນະທີ່ໃນ 100 ອັນດັບທຳອິດນັ້ນ ນັກເຕະ ໃນພຣີເມຍລີກ ອັງກິດ ຕິດໃນລາຍຊື່ຫລາຍເຖິງ 41 ຄົນ.

   ສະຫຼຸບ 10 ນັກເຕະທີ່ມີມູນຄ່າຫຼາຍທີ່ສຸດ :

  1. ຄີລຽນ ເອັມບັບເປ (175.7 ລ້ານປອນ)
  2. ວິນິຊີອຸສ ຈູເນຍ (158.3 ລ້ານປອນ)
  3. ເອີລິງ ຮາແລນ (130.4 ລ້ານປອນ)
  4. ເປຣດີ (115.4 ລ້ານປອນ)
  5. ຈູດ ເບີລິງແຮມ (114.2 ລ້ານປອນ)
  6. ຟິລ ໂຟເດັນ (105.9 ລ້ານປອນ)
  7. ແຟຣັງກີ ເດິ ຢອງ (96.1 ລ້ານປອນ)
  8. ຫລຸຍ ດີອາສ (94 ລ້ານປອນ)
  9. ຣູເບັນ ດີອາສ (93.6 ລ້ານປອນ)
  10.  ເຟີຣານ ຕໍເຣສ (93.5 ລ້ານປອນ),
ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ - 3 - ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ
ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ - 4 - ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ
ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ - 5 - ເອັມບັບເປ ຄອງຕຳແຫນ່ງນັກເຕະທີ່ມີມູນຄ່າສູງສຸດໃນໂລກ