ກຳປູເຈຍປະກາດ “ບໍ່ມີໂຄວິດ” ຫລັງຜູ້ຕິດເຊື້ອຄົນສຸດທ້າຍຫາຍດີແລ້ວ

ວັນທີ 7 ມິຖຸນາ 2022, ຖະແຫລງການຈາກກະຊວງສາທາລະນະສຸກກຳປູເຈຍລະບຸວ່າ: ກຳປູເຈຍກາຍເປັນປະເທດບໍ່ມີພະຍາດໂຄວິດແລ້ວ ຫລັງຜູ້ຕິດເຊື້ອຄົນສຸດທ້າຍປິ່ນປົວຈົນຫາຍດີ.
ກຳປູເຈຍບໍ່ມີລາຍງານພົບຜູ້ຕິດເຊື້ອພະຍາດໂຄວິດຕິດຕໍ່ກັນ 31 ວັນ ໂດຍມີຈຳນວນຜູ້ຕິດເຊື້ອສະສົມ 136.262 ຄົນ, ຜູ້ຕິດເຊື້ອປິ່ນປົວຫາຍດີ 133.206 ຄົນ ແລະ ຜູ້ເສຍຊີວິດ 3.056 ຄົນ ນັບແຕ່ເກີດພະຍາດລະບາດໃຫຍ່ໃນເດືອນມັງກອນ 2020.
ທ່ານ ອໍ ແວນດິນ ລັດຖະມົນຕີ ແລະ ໂຄສົກກະຊວງສາທາ ລະບຸວ່າ: ຜົນສຳເລັດໃນການຄວບຄຸມພະຍາດລະບາດໃຫຍ່ຂອງກຳປູເຈຍເປັນຜົນມາຈາກການເປັນຜູ້ນຳອັນຖືກຕ້ອງຂອງລັດຖະບານ ແລະ ປະສິດທິພາບຂອງວັກຊີນປ້ອງກັນພະຍາດໂຄວິດ.
ກະຊວງສາທາລະບຸວ່າ: ກຳປູເຈຍສັກວັກຊີນປ້ອງກັນພະຍາດໂຄວິດຢ່າງໜ້ອຍໜຶ່ງໂດສໃຫ້ປະຊາຊົນ 15 ລ້ານກວ່າຄົນ ຫລື 94% ຂອງປະຊາກອນທັງໝົດ 16 ລ້ານຄົນ ໂດຍມີປະຊາຊົນສັກວັກຊີນຄົບ 2 ໂດສ 14,3 ລ້ານຄົນ (89,4%), ຄົບ 3 ໂດສ 9,25 ລ້ານຄົນ (58%), ຄົບ 4 ໂດສ 2,58 ລ້ານຄົນ (26%) ແລະ ຈະເລີ່ມສັກວັກຊີນປ້ອງກັນພະຍາດໂຄວິດໂດສທີ 5 ໃຫ້ປະຊາກອນກຸ່ມສ່ຽງນັບແຕ່ວັນທີ 9 ມິຖຸນາ.
ກຳປູເຈຍກັບມາດຳເນີນກິດຈະກຳທາງສັງຄົມ ແລະ ເສດຖະກິດຢ່າງເຕັມຮູບແບບ ແລະ ເປີດຊາຍແດນຕ້ອນຮັບນັກເດີນທາງທີ່ສັກວັກຊີນປ້ອງກັນພະຍາດໂຄວິດຄົບໂດສເຂົ້າປະເທດໂດຍບໍ່ຕ້ອງກັກຕົວນັບແຕ່ເດືອນພະຈິກປີກ່ອນ ເນື່ອງຈາກອັດຕາການສັກວັກຊີນຢູ່ໃນລະດັບສູງ ໂດຍກຳປູເຈຍໃຊ້ວັກຊີນຂອງ Sinovac ແລະ Sinopharm ຈາກຈີນເປັນສ່ວນຫລາຍ.
ອ້າງອີງ: