ສາເຫດທີ່ຂອງອັດຕາເງິນເຟີ້ ປະຈຳເດືອນພຶດສະພາ 2022
ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນພຶດສະພາ ປີ 2022 ແລະ ບົດລາຍງານຍັງໄດ້ໃຫ້ຮູ້ເຖິງປັດໄຈ, ສາເຫດທີ່ຂອງອັດຕາເງິນເຟີ້ ປະຈຳເດືອນພຶດສະພາ 2022 ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງນັ້ນ ແມ່ນມາຈາກຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ອູແກຣນ ໄດ້ສົ່ງຜົນກະທົບຕໍ່ການສະໜອງນໍ້າມັນໃນໂລກບໍ່ພຽງພໍ, ເຮັດໃຫ້ລາຄານໍ້າມັນໃນຕະຫຼາດໂລກຖີບໂຕຂຶ້ນສູງ; ສະເພາະຢູ່ ສປປ ລາວ, ໃນເດືອນພຶດສະພາຜ່ານມານີ້ ເຮົາໄດ້ປັບລາຄານໍ້າມັນ ເພີ່ມຂຶ້ນ 2 ຄັ້ງ ທຽບໃສ່ລາຄາໄລຍະດຽວກັນກັບປີຜ່ານມາ ແມ່ນສູງເຖິງ 92,6%, ການເພີ່ມຂຶ້ນຂອງລາຄານໍ້າມັນໄດ້ກະທົບຢ່າງໜັກ ເຮັດໃຫ້ລາຄາສິນຄ້າຕ່າງໆທີ່ນໍາໃຊ້ນໍ້າມັນເປັນປັດໄຈການຜະລິດເພີ່ມຂຶ້ນສູງ;
ນອກນີ້, ການສືບຕໍ່ອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາຕ່າງປະເທດໃນເດືອນພຶດສະພາ ໄດ້ກະທົບຢ່າງຮຸນແຮງໂດຍກົງ ເຮັດໃຫ້ລາຄາສິນຄ້າທີ່ນໍາເຂົ້າເພີ່ມສູງຂຶ້ນ; ສ່ວນຜົນຂອງການຂຶ້ນລາຄານໍ້າມັນ ແລະ ສິນຄ້ານໍາເຂົ້າ ກໍໄດ້ກະທົບທາງອ້ອມ ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນ, ຄ່າຄອງຊີບເພີ່ມຂຶ້ນ ແລະ ສຸດທ້າຍໄດ້ກະທົບໃຫ້ທຸກໝວດສິນຄ້າມີລາຄາເພີ່ມຂຶ້ນສູງຢ່າງຫຼີກລ່ຽງບໍ່ໄດ້.
ສຳລັບໝວດສິນຄ້າ ແລະ ບໍລິການ ທີ່ມີການປັບລາຄາສູງຂຶ້ນແຮງ ອັນພົ້ນເດັ່ນເປັນຕົ້ນໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນທາດເຫຼົ້າ ສະເລ່ຍໄລຍະ 5 ເດືອນຕົ້ນປີ 2022 ເພີ່ມຂຶ້ນຢູ່ລະດັບ 5,9%; ໝວດເຫຼົ້າ ແລະ ຢາສູບ 7,3%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ 8,2%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື່ອເພີງຫຸງຕົ້ມ 8,1%; ໝວດເຄື່ອງໃຊ້ໃນຄົວເຮືອນ 7,0%; ໝວດຮັກສາສຸຂະພາບ ແລະ ຢາ 10,5%; ໝວດຄົມມະນາຄົມ ແລະ ຂົນສົ່ງ 21,9%; ໝວດການບັນເທີງ ແລະ ພັກຜ່ອນ 2,0%; ໝວດການສຶກສາ 0,3%; ໝວດຮ້ານອາຫານ ແລະ ໂຮງແຮມ 9,0%, ໝວດສິນຄ້າ ແລະ ການບໍລິການອື່ນໆ 13,6%.
ບົດລາຍງານ ຍັງຊີ້ໃຫ້ເຫັນເຖິງການປ່ຽນແປງດັດຊະນີລາຄາສິນຄ້າ ທຽບປີຕໍ່ປີ ແຍກຕາມກຸ່ມສິນຄ້າຕົ້ນຕໍ ທີ່ກະທົບໄວຕໍ່ອັດຕາເງິນເຟີ້ ຄື: ເຂົ້າສານ ເພີ່ມຂຶ້ນ 4,8%; ຊີ້ນ ແລະ ປາ 7,4%; ເຂົ້າຈີ່ ແລະ ທາດແປ້ງ 16,7%; ນົມ, ເນີຍ ແລະ ໄຂ່ 27,79%; ໝາກໄມ້ ແລະ ຜັກສົດ 9,0%; ນໍ້າມັນເຊື້ອໄຟ 92,6%; ອາຍແກ໊ສຫຸງຕົ້ມ 39,7%; ຄໍາ (ຮູບປະພັນ) 48,5%; ເຫຼັກເສັ້ນ 68,0%; ຊີມັງລາວກາກະທິງແດງ 10,4% ແລະ ຊີມັງລາວກາກະທິງ ຂຽວ 11,7%.
ທີ່ມາ: ສູນສະຖິຕິແຫ່ງຊາດ