ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ

ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ - istockphoto 487674145 612x612 1 - ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ
ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ - kitchen vibe - ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ

ຜູ້ພິພາກສາຊາວອິນເດຍເລົ່າປະສົບການການຕັດສິນຄະດີພິລຶກ ເມື່ອຊາຍໜຸ່ມຈາກອິນເດຍ ຍື່ນຟ້ອງຕໍ່ສານເພື່ອຂໍຢ່າຮ້າງຈາກເມຍ ທີ່ເຮັດອາຫານເປັນພຽງເຍື່ອງດຽວ ຄືຕົ້ມໝີ່.

ສື່ທ້ອງຖິ່ນຈາກອິນເດຍລາຍງານວ່າ: ຜູ້ພິພາກສາ ເອັມ. ແອລ. ຣາກູນາດ ບັນຍາຍໃຫ້ສື່ມວນຊົນຟັງໃນການຖະແຫລງຂ່າວ ກ່ຽວກັບຄະດີປະຫລາດທີ່ເຄີຍເກີດຂຶ້ນຢູ່ສານໃນເມືອງໄມສູຣ໌ ລັດກໍນາກກະ ປະເທດອິນເດຍ ໃນວັນທີ 27 ພຶດສະພາຜ່ານມາ.

ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ - Visit Laos Visit SALANA BOUTIQUE HOTEL - ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ
ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ - Visit Laos Visit SALANA BOUTIQUE HOTEL - ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ

ຜູ້ພິພາກສາຣາກູນາດ ເລົ່າວ່າຕອນນັ້ນ ທ່ານເປັນຜູ້ພິພາກສາປະຈຳເຂດບັລລາຣີ ແລະ ຕ້ອງຮັບພິຈາລະນາຄະດີທີ່ທ່ານຕັ້ງຊື່ໃຫ້ວ່າເປັນ “ຄະດີໝີ່ແມັກກີ້” ທ່ານບໍ່ໄດ້ໃຫ້ລາຍລະອຽດເລື່ອງວັນ, ເວລາ ຫລື ຊື່ຂອງໂຈດ ແລະ ຈຳເລີຍ ສຳນັກຂ່າວຈຶ່ງບໍ່ອາດກວດສອບຂໍ້ມູນຄວາມຈິງໄດ້.

ໃນຄະດີດັ່ງກ່າວ ຊາຍໜຸ່ມທີ່ເປັນຜົວລະບຸວ່າ: ພັນລະຍາຂອງລາວມັກຊື້ໝີ່ສຳເລັດຮູບຍີ່ຫໍ້ “ແມັກກີ້” ເຊິ່ງເປັນໝີ່ສຳເລັດຮູບທີ່ຫາຊື້ໄດ້ທົ່ວໄປໃນອິນເດຍມາຕຸນໄວ້ຫລາຍໆ ແລ້ວເອົາມາປຸງແຕ່ງເປັນອາຫານໃຫ້ລາວກິນທຸກມື້ທຸກວັນ ຕະຫລອດໄລຍະເວລາທີ່ພວກເຂົາໃຊ້ຊີວິດຄູ່ນຳກັນ ຈົນລາວທົນບໍ່ໄຫວ ຕ້ອງຂໍຢ່າຮ້າງຈາກຜູ້ເປັນພັນລະຍາ.

ໃນທີ່ສຸດ ທັງສອງກໍຢ່າຮ້າງກັນໂດຍເປັນການຍິນຍອມພ້ອມໃຈທັງສອງຝ່າຍ ເຊິ່ງຕາມກົດໝາຍການແຕ່ງດອງຂອງອິນເດຍ ເມື່ອສອງສາມີພັນລະຍາຕ້ອງການຢ່າຮ້າງໂດຍການຍິນຍອມພ້ອມໃຈ ທັງສອງຝ່າຍຈະຕ້ອງແຍກກັນຢູ່ເປັນເວລາ 1 ປີ ແລະ ຕົກລົງກັນວ່າການແຕ່ງດອງທີ່ຜ່ານມາເປັນໂມຂະ.

ຈາກກໍລະນີສຶກສາໃນປີ 2018 ໂດຍວາລະສານນາໆຊາດດ້ານການຈັດການ, ເຕັກໂນໂລຊີ ແລະ ສັງຄົມສາດ ພົບວ່າ: ອິນເດຍມີອັດຕາການຢ່າຮ້າງປະມານ 11%, ຂະນະທີ່ອາເມລິກາມີອັດຕາການຢ່າຮ້າງເຖິງ 50%.

ເຖິງວ່າກ່ອນໜ້ານີ້, ອິນເດຍຈະມີອັດຕາການຢ່າຮ້າງຕໍ່າ, ແຕ່ຜູ້ພິພາກສາຣາກູນາດ ກ່າວວ່າ: ປັດຈຸບັນມີຄູ່ແຕ່ງດອງຊາວອິນເດຍທີ່ຕ້ອງການຢ່າຮ້າງເພີ່ມຂຶ້ນເລື້ອຍໆໃນອັດຕາທີ່ໜ້າຕົກໃຈ ຖ້າບໍ່ມີກົດໝາຍທີ່ກຳນົດໃຫ້ຄູ່ຜົວເມຍທີ່ຕ້ອງການຢ່າຮ້າງຕ້ອງແຍກກັນຢູ່ເປັນເວລາ 1 ປີ ກ່ອນຈະຂໍໃຫ້ການແຕ່ງດອງເປັນໂມຂະໄດ້ ອັດຕາການຢ່າຮ້າງຂອງອິນເດຍຈະຕ້ອງເພີ່ມສູງກວ່ານີ້ແນ່ນອນ.

ຜູ້ພິພາກສາຣາກູນາດ ຍັງກ່າວອີກວ່າ: ການຢ່າຮ້າງຈະເກີດຂຶ້ນກັບຄູ່ແຕ່ງດອງທີ່ເປັນຊາວເມືອງຫລາຍກວ່າຊາວຊົນນະບົດ ເນື່ອງຈາກຜູ້ຍິງທີ່ຢູ່ໃນເມືອງໃຫຍ່ມີຄວາມເປັນອິດສະຫລະ, ມີການສຶກສາ ແລະ ເພິ່ງພາຕົນເອງໄດ້ຫລາຍກວ່າ ໂດຍສະເພາະເລື່ອງການເງິນ. ຂະນະທີ່ຜູ້ຍິງໃນຊົນນະບົດຫ່າງໄກ ມີອິດສະຫລະໜ້ອຍກວ່າ ແລະ ຕ້ອງຜະເຊີນຄວາມກົດດັນທາງສັງຄົມ ແລະ ຄອບຄົວໃຫ້ຍິນຍອມໃຊ້ຊີວິດກັບຜົວທີ່ແຕ່ງດອງກັນໄປແລ້ວ.

ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ - 4 - ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ
ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ - 3 - ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ
ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ - 5 - ຊາຍຊາວອິນເດຍທົນບໍ່ໄຫວ ! ຟ້ອງຢ່າຮ້າງເມຍ ຫລັງເມຍຕົ້ມໝີ່ໃຫ້ກິນທຸກຄາບ