ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ

ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ - WhatsApp Image 2022 06 08 at 10 - ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ
ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ - kitchen vibe - ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ

ທ້າຍອາທິດຜ່ານມາ, ເມືອງຕົ້ນເຜິ້ງແຂວງບໍ່ແກ້ວໄດ້ທຳລາຍສິນຄ້າປະເພດອາຫານແຫ້ງ, ເຄື່ອງດື່ມໝົດ ອາຍຸ-ເສຍຄຸນ ແລະ ເຄື່ອງສໍາອາງຕ້ອງຫ້າມພາຍຫລັງພະນັກງານວິຊາການໜ່ວຍງານອາຫານ ແລະ ຢາ ໄດ້ລົງກວດກາແຕ່ວັນທີ 24-27 ພຶດສະພາ 2022 ຢູ່ຕະຫຼາດຂາຍເຄື່ອງຍົກ-ຍ່ອຍ, ຮ້ານອາຫານໃນເທ ສະບານເມືອງ, ເຂດສີເມືອງງາມ, ນໍ້າເກິ່ງ, ຂຸນບົງ, ບ້ານມອມ ແລະ ສີບຸນເຮືອງ ໂດຍພົບວ່າຍັງມີອາ ຫານ, ເຄື່ອງດື່ມໝົດອາຍຸຈໍາໜ່າຍຢູ່ຕາມຮ້ານຄ້າ ເຊິ່ງສິນຄ້າໝົດອາຍຸສ່ວນໃຫຍ່ແມ່ນນໍ້າອັດລົມ, ນົມ, ໜີ່ສຳເລັດຮູບ, ຄຣີມທາໜ້າ ແລະ ອື່ນໆ ລວມ 61 ລາຍການ ມູນຄ່າ 24 ລ້ານກວ່າກີບ.
ທ່ານນາງ ສາຍຊົນ ອຸ່ນອົກ ຮອງເຈົ້າເມືອງໆຕົ້ນເຜິ້ງ ກ່າວວ່າ: ສິນຄ້າໝົດອາຍຸເປັນບັນຫາທີ່ພາກສ່ວນ ກ່ຽວຂ້ອງ, ອົງການປົກບ້ານ ແລະ ທຸກພາກສ່ວນໃນສັງຄົມຕ້ອງໃຫ້ຄວາມສຳຄັນໂດຍສະເພາະເວລາຊື້ຕ້ອງໄດ້ກວດກາເບິ່ງ ວັນ, ເດືອນ, ປີ ໝົດອາຍຸໃຫ້ດີເນື່ອງຈາກຮ້ານຄ້າຈໍານວນໜຶ່ງຍັງຈໍາໜ່າຍຍ້ອນເຫັນ ແກ່ຜົນກຳໄລຂອງຕົນເອງ ໂດຍບໍ່ຄຳນຶງເຖິງສຸຂະພາບຂອງຜູ້ບໍລິໂພກ ທັງໄລຍະສັ້ນ ແລະ ໄລຍະຍາວ.

ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ - 3 - ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ
ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ - 5 - ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ
ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ - 4 - ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ
ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ - Visit Laos Visit SALANA BOUTIQUE HOTEL - ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ
ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ - Visit Laos Visit SALANA BOUTIQUE HOTEL - ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ