ປາກຽວ ຢາກຂໍຊົກກັບ ຟລອຍ ໃນກະຕິກາພິເສດອີກເທື່ອຫນຶ່ງ
ເກມຢຸດໂລກລະຫວ່າ ແມນນີ ປາກຽວ ແລະ ຟລອຍ ເມເວເທີ ຈູເນຍ ອາດຈະໄດ້ເກີດຂຶ້ນອີກເທື່ອຫນຶ່ງໃນກະຕິກາພິເສດ ເຊິ່ງ ປາກຽວ ຢືນຢັນຢາກຊົກອີກເທື່ອຫນຶ່ງ.
ວັນອັງຄານ ທີ 7 ມິຖຸນາຜ່ານມາ ແມນນີ ປາກຽວ ອະດີດນັກມວຍສາກົນຊື່ດັງຂອງໂລກ ທີ່ປະກາດແຂວນນວມໄປເມື່ອປີກາຍ ເພື່ອໄປລົງແຂ່ງຂັນຊີງຕຳແຫນ່ງປະທານາທິບໍດີຟີລິບປິນໃນປີນີ້.
ເຊິ່ງທາງ ເດລີ ເມລ ສື່ກິລາຊື່ດັງຂອງອັງກິດ ລາຍງານວ່າ ລາວໄດ້ເປີດເຜີຍກັບຜູ້ຈັດການສ່ວນຕົວຂອງລາວວ່າ ຕ້ອງ ການທີ່ຈະໄດ້ຫວນຄືນສັງວຽນອີກເທື່ອຫນຶ່ງ ແລະ ຕ້ອງການຢາກຈະຊົກກັບ ຟລອຍ ເມເວເທີ ຈູເນຍ ນັກຊົກຊາວ ອາເມລິກາທີ່ມີສະຖິຕິການຊົກຊະນະ 50 ເສຍ 0 ເຊິ່ງປາກຽວເຄີຍເສຍມາແລ້ວ 1 ຄັ້ງ ເມື່ອປີ 2015.
ໂດຍລາຍງານວ່າ ປາກຽວ ຢາກຈະຂຶ້ນຊົກອີກເທື່ອຫນຶ່ງໃນກົດແບບພິເສດເທົ່ານັ້ນ ເຊິ່ງທັງ 2 ຄົນປະກາດແຂວນນວມເປັນ ທີ່ຮຽບຮ້ອຍແລ້ວ ເຊິ່ງ ແມນນີ ປາກຽວ ຂຶ້ນຊົກຄັ້ງສຸດທ້າຍທີ່ຫນ້າເຈັບປວດ ເມື່ອລາວເສຍໃຫ້ກັບ ຢໍເດນິສ ອູກັສ ແຊ໊ມຈາກ ຄິວບາ ໄປແບບຫມົດສະພາບ ແລະຍັງເຈັບຕົວ ຕ້ອງພັກໄປອີກຫລາຍອາທິດ.