ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ

ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ - 286838409 1910919529111818 8010571682529671999 n - ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ
ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ - kitchen vibe - ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ

ວັນທີ 8 ມິຖຸນາ 2022 ນີ້ ນະຄອນຫລວງວຽງຈັນ ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງສາທາລະນະສຸກ ຈັດພິທີເປີດນຳໃຊ້ບໍລິການ ການຢັ້ງຢືນການສັກວັກຊິນ ປ້ອງກັນໂຄວິດ-19ແບບດີຈິຕອນ (Vaccine ID/Vaccine Passport) ແລະ ລະບົບການປິ່ນປົ່ວຕົວເອງຢູ່ບ້ານ(Home isolation) ໃນຕອນບ່າຍຂອງ, ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການຊື່ສານ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິການລັດດີຈິຕອນ, ຄະນະຮັບຜິດຊອບປັບປຸງ, ພັດທະນາ ແລະ ສົ່ງເສີມການນຳໃຊ້ບໍລິການ Vaccine ID/Vaccine Passport ແລະ Home isolation ໄດ້ລາຍງານຄວາມເປັນມາຂອງການພັດທະນາ ບໍລິການດັ່ງກ່າວ ເຊິ່ງເປັນການຕໍ່ຍອດຈາກການບໍລິການ ລາວ ສູ້ສູ້ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນໍາສະເໜີ ຮ່ວມກັບກະຊວງສາທາລະນະສຸກ ໃນວັນທີ 5 ກໍລະກົດ 2021. ຈາກນັ້ນ, ກຕສ ໄດ້ສືບຕໍ່ຮ່ວມກັບ ກະຊວງສາທາລະນະສຸກ, ບໍລິສັດ ເອັສບີເລັບ-856 ຈໍາກັດ ແລະ ບໍລິສັດ ລາຍລາວແລັບ ໄອທີຊີໂຊລູເຊີນ ຈໍາກັດ ພັດທະ ນາລະບົບ Vaccine ID/Vaccine Passport ແລະ ລະບົບ Home isolation ເພື່ອໃຫ້ບໍລິການປະຊາຊົນລາວທົ່ວປະເທດ ແບບບໍ່ເສຍຄ່າ, ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ແລະ ທັງເປັນການກະກຽມໃຫ້ແກ່ການເປີດປະເທດໃຫ້ມີຄວາມປອດໄພ ໂດຍໄລຍະທຳອິດແມ່ນນຳແມ່ນເລັ່ງນໍາໃຊ້ຢູ່ບັນດາເມືອງ ໃນນະຄອນຫລວງວຽງຈັນ ແລ້ວຈຶ່ງຂະຫຍາຍໄປບັນດາແຂວງໃນທົ່ວປະເທດ.

ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ - Visit Laos Visit SALANA BOUTIQUE HOTEL - ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ
ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ - Visit Laos Visit SALANA BOUTIQUE HOTEL - ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ

ສຳລັບລະບົບ Vacin ID/Vaccine Passport ເປັນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຢັ້ງຢືນການສັກວັກຊິນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະແພດໝໍ ໃນການຕິດຕາມການເດີນທາງ ຫລື ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ມີຄວາມສ່ຽງໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ. ສ່ວນລະບົບປິ່ນປົວຢູ່ບ້ານ Home isolation ເປັນລະບົບທີ່ຊ່ວຍໃຫ້ປະຊາຊົນ ສາມາດລົງທະບຽນປິ່ນປົວພະຍາດໂຄ ວິດ-19 ດ້ວຍຕົນເອງ ໂດຍຜູ້ຕິດເຊື້ອສາມາດກັກໂຕ ປິ່ນປົວຕົນເອງຢູ່ບ້ານ ແລະ ແພດໝໍ ສາ ມາດຄັດເລືອກຄົນເຈັບທີ່ມີອາການໜັກ ເຂົ້າມາປິ່ນປົວຢູ່ໂຮງໝໍໄດ້ທັນເວລາ ແລະ ໃຫ້ຄໍາແນະນໍາໃນການປິ່ນປົວ ແກ່ຄົນເຈັບທີ່ກັກໂຕປິ່ນປົວຢູ່ບ້ານໂດຍກົງ ຜ່ານຂະບົບອອນລາຍ.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການນຳໃຊ້ເຕັກໂນໂລຊີໃນການຫັນເປັນທັນສະໄໝ ວ່າ: ເຖິງວ່າສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນຈະບໍ່ຮຸນແຮງແລ້ວກໍຕາມ ແຕ່ກໍຍັງມີຄວາມຈໍາເປັນທີ່ຈະຕ້ອງສືບຕໍ່ຕິດຕາມຄວບຄຸມ ແລະ ເຝົ້າລະວັງຕໍ່ໄປ ດ້ວຍການຫັນເປັນທັນສະໄໝ ຕາມທ່າອ່ຽງຂອງໂລກ ການນໍາໃຊ້ Vaccine ID/Vaccine Passport ແລະ Home isolation ແມ່ນເຄື່ອງມືທີ່ຈໍາເປັນແກ່ພົນລະເມືອງລາວ ແລະ ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວ ໃນການຂຶ້ນທະບຽນສະຖານະພາບການໄດ້ຮັບວັກຊິນ ຂອງຕົນແບບລວມສູນ ສະດວກ ວ່ອງໄວ ປອດໄພ ແລະ ໂປ່ງໃສ, ທັງເປັນພື້ນຖານ ແລະ ເປັນທາງເລືອກໃນການນໍາໃຊ້ ເພື່ອເດີນທາງເຂົ້າ-ອອກປະເທດ.

ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ - 4 - ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ
ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ - 3 - ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ
ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ - 5 - ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊີນ ແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ