ແຈ້ງການຍ້າຍຫ້ອງການກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ
ວັນທີ 9 ມິຖຸນາ 2022 ນີ້ ຫ້ອງການກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຂໍຖືເປັນກຽດແຈ້ງມາຍັງບັນດາອົງການຈັດ ຕັ້ງຂອງ ລັດ, ເອກະຊົນ ແລະ ບຸກຄົນໃນທົ່ວສັງຄົມ ຊາບວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະໄດ້ຍົກຍ້າຍສໍານັກງານຂອງກະຊວງຈາກຕຶກຫລັງເກົ່າທີ່ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງວຽງ ຈັນ ໄປປະຈໍາການຢູ່ຕຶກຫລັງໃຫມ່ ທີ່ບ້ານໂນນສະອາດ (ດົງຫມາກຄາຍ) ເມືອງໄຊທານີ ນະຄອນຫລວງວຽງຈັນ ລາຍລະອຽດດັ່ງນີ້:
1. ການກະກຽມ ແລະ ການຍົກຍ້າຍ
– ໃນໄລຍະແຕ່ວັນທີ 10-25 ມິຖຸນາ 2022 ຈະໄດ້ເລີ່ມຍົກຍ້າຍບັນດາເຄື່ອງໃຊ້ຫ້ອງການຈາກຕຶກ ກະຊວງຫລັງເກົ່າ ໄປສູ່ຕຶກກະຊວງຫລັງໃຫມ່, ເຊິ່ງໃນໄລຍະນີ້ ອາດຈະບໍ່ສະດວກໃນການໃຫ້ບໍລິການໃຫ້ແກ່ ພາກສ່ວນຕ່າງໆທີ່ມາພົວພັນວຽກງານກັບບັນດາກົມ ທີ່ກໍາລັງກະກຽມຍົກຍ້າຍ.
– ວັນທີ 27-28 ມິຖຸນາ 2022 ຈະໄດ້ປິດການບໍລິການຂອງກະຊວງ ເພື່ອຍົກຍ້າຍ ແລະ ກະກຽມ ສະຖານທີ່ເຮັດວຽກຢູ່ສໍານັກງານໃຫມ່ (ຍົກເວັ້ນການຮັບເອກະສານຂາເຂົ້າ-ຂາອອກ ຍັງສືບຕໍ່ຮັບຢູ່ຕຶກກະຊວງ ຫລັງເກົ່າ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ);
– ວັນທີ 29 ມິຖຸນາ 2012 ເປັນຕົ້ນໄປ ແມ່ນຈະໄດ້ເລີ່ມເປີດການເຮັດວຽກ ແລະ ການບໍລິການຕາມ ປົກກະຕິ ຢູ່ສໍານັກງານກະຊວງຫລັງໃຫມ່ ທີ່ບ້ານໂນນສະອາດ (ດົງຫມາກຄາຍ) ເມືອງໄຊທານີ ນະຄອນຫລວງ ວຽງຈັນ.
2. ບັນດາພາກສ່ວນທີ່ຍົກຍ້າຍໄປຢູ່ຕຶກກະຊວງຫລັງໃຫມ່ ທີ່ ດົງຫມາກຄາຍ ປະກອບມີ: – ຄະນະນໍາກະຊວງ – ຫ້ອງການກະຊວງ – ກົມຈັດຕັ້ງ ແລະ ພະນັກງານ – ກົມກວດກາ – ກົມແຜນການ ແລະ ການຮ່ວມມືສາກົນ – ກົມຄຸ້ມຄອງແຮງງານ – ກົມການຈັດຫາງານ – ກົມສັງຄົມສົງເຄາະ – ກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ
3. ບັນດາຫ້ອງການ ແລະ ອົງການ ປະຈໍາການຢູ່ ຕົກທົ່ງສ້າງນາງ ປະກອບມີ:
– ອົງການປະກັນສັງຄົມແຫ່ງຊາດ
– ຫ້ອງການຄະນະກໍາມະການແຫ່ງຊາດ ແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງ ຢູ່ ສປປ ລາວ
– ໂຄງການເກັບກູ້ລະເບີດແຫ່ງຊາດ