ເຊວຊີ ພ້ອມປ່ອຍຢືມ ລູກາກູ 25 ລ້ານເອີໂຣ ເລັງທາບທາມເຊຊຸສແທນ
ທີມສິງໂຕນ້ຳເງິນຄາມ ພ້ອມທີ່ຈະປ່ອຍຢືມ ກອງໜ້າທີມຊາດເບວຢ້ຽມ ໂດຍຈະຕ້ອງຈ່າຍຄ່າຢືມຢູ່ທີ່ 25 ລ້ານເອີໂຣ, ແລະ ນັກເຕະອາດຈະຕ້ອງຍອມຫຼຸດຄ່າແຮງລົງອີກ 40%
ກອງໜ້າທີມຊາດເບວຢ້ຽມ ຫາກໍ່ຍ້າຍຈາກ ອິນເຕີ ມິລານ ກັບມາຢູ່ກັບ ສິງບລູ ດ້ວຍຄ່າຕົວ 98 ລ້ານປອນ ເມື່ອລະດູການທີ່ຜ່ານມາ. ແຕ່ບໍ່ສາມາດປັບຕົວເຂົ້າກັບລະບົບຂອງ ໂທມັສ ຄູ່ເຄິນ, ຍິງໄດ້ພຽງແຕ່ 8 ປະຕູໃນ 26 ເກມໃນພຣີເມຍລີກ
ຈາກສະຖານະການດັ່ງກ່າວ ເຮັດໃຫ້ ສິງໂຕນ້ຳເງິນຄາມ ຕັດສິນໃຈວ່າຈະປ່ອຍຕົວເຂົາໄປໃຫ້ກັບສະໂມສອນອື່ນຢືມຕົວໄປໃຊ້ງານ ໂດຍຕັ້ງເງື່ອນໄຂທີ່ຈະຕ້ອງຈ່າຍເງິນກູ້ຢືມໃນຈຳນວນ 25 ລ້ານເອີໂຣ
ນອກຈາກນີ້ ລູກາກູ ອາດຈະຕ້ອງຍອມຫຼູດຄ່າຈ້າງລົງ 40% ເພື່ອເຮັດໃຫ້ການຍ້າຍທີມສຳເລັດໄປດ້ວຍດີ
ນອກຈາກນັ້ນ, ເຊວຊີ ຍັງຕ້ອງການທີ່ຈະຫາຕົວແທນໃນສູນໜ້າເພື່ອມາເສີມທັບ. ໂດຍເລັງໄປທີ່ ແມນເຊັສເຕີ ຊິຕີ້ ກຣາບຣຽວ ເຊຊຸສ ກອງຫນ້າແມນຊິຕີ້ ຜູ້ທີ່ກໍາລັງຊອກຫາທີມໃຫມ່ເພື່ອໂອກາດທີ່ຈະລົງຫຼິ້ນເປັນຕົວຈິງສະໝ່ຳສະເໝີ. ໂດຍມີ ອາເຊນອລ ເປັນອີກທີມໜຶ່ງທີ່ສົນໃຈນັກເຕະຄົນນີ້.