ປະກາດ ບົ່ງຕົວແຕ່ງຕັ້ງຮອງເລຂາ, ກໍາມະການພັກ ແລະ ປະທານ-ຮອງປະທານໜ່ວຍພັກ ກົມກວດກາ
ໃນວັນທີ 8 ມິຖຸນາ 2022, ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງຮອງເລຂາ, ກໍາມະການພັກ, ປະທານ ແລະ ຮອງປະທານກວດກາຂອງໜ່ວຍພັກກົມກວດກາ ກະຊວງການເງິນ ໂດຍການເປັນປະທານຂອງສະຫາຍ ປອ ພູທະນູເພັດ ໄຊສົມບັດ ຄະນະປະຈໍາພັກ, ປະທານກວດກາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ, ມີສະຫາຍ ອຸບັນ ສຸພິດາ ເລຂາໜ່ວຍພັກກົມກວດ ກາ, ຜູ້ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ,ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງໜ່ວຍພັກກົມກວດ ກາເຂົ້າຮ່ວມ.
ສະຫາຍ ອຸບັນ ສຸພິດາ ໄດ້ລາຍງານໂດຍລວມກ່ຽວກັບການຊີ້ນໍາ-ນໍາພາວຽກພັກ-ພະນັກງານໃນໄລຍະຜ່ານມາ ເປັນຕົ້ນ: ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກໍ່ສ້າງ ແລະ ຂະຫຍາຍພັກ, ວຽກງານປ້ອງກັນພັກ-ພະນັກງານ ໂດຍການຕິດຕາມການເຄື່ອນໄຫວກວດກາ ຂອງພະນັກງານສະມາຊິກພັກ ທີ່ຂຶ້ນກັບໜ່ວຍພັກກົມກວດກາ. ພ້ອມນັ້ນ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດໃນການການຊີ້ນໍາວຽກງານວິຊາສະເພາະ ເຊັ່ນ: ວຽກງານກວດກາພັກ ແລະ ບໍລິຫານສັງລວມ, ວຽກງານກວດກາລັດ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ, ວຽກງານແກ້ໄຂຜົນການກວດກາ, ທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານໄລຍະຜ່ານມາ ແລະ ທິດທາງແຜນການຈຸດສຸມໃນຕໍ່ໜ້າເພື່ອຮັບປະກັນໄດ້ການຈັດຕັ້ງປະຕິບັດວຽກງານ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຫລັກການ.
ພ້ອມນັ້ນ, ໄດ້ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາ, ກໍາມະການພັກ, ປະທານກວດກາ, ຮອງປະທານກວດກາຂອງໜ່ວຍພັກກົມກວດກາສະບັບເລກທີ 079/ຄປຈ,ກງ ລົງວັນທີ 23 ພຶດສະພາ 2022 ເຊິ່ງໄດ້ຕົກລົງເຫັນດີ ບົ່ງຕົວແຕ່ງຕັ້ງ ສະຫາຍ ປອ ວິລະໄພ ອຸບົນປະເສີດ ເປັນຮອງເລຂາໜ່ວຍພັກ ແລະ ປະທານກວດກາພັກ, ສະຫາຍຂັນຄໍາ ໄຊຍະວົງ ເປັນກໍາມະການໜ່ວຍພັກ ແລະ ສະຫາຍ ປະຫວັດ ພິລາວົງ ເປັນຮອງປະທານກວດກາພັກ ເພື່ອສືບຕໍ່ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກກົມກວດກາ ໃຫ້ມີລັກສະນະຕໍ່ເນື່ອງ ແລະ ມີປະສິດທິຜົນໃນການປະຕິບັດວຽກງານໃນຕໍ່ໜ້າ.
ໂອກາດນີ້, ສະຫາຍ ປອ ພູທະນູເພັດ ໄຊສົມບັດ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານ-ສະມາຊິກພັກກົມກວດກາ ເພື່ອເປັນຊີ້ນໍາການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍນໍາບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ປະກອບເຂົ້າໃນກົງຈັກການຈັດຕັ້ງຂອງໜ່ວຍພັກໃນຄັ້ງນີ້ເພື່ອສືບຕໍ່ຮ່ວມກັບສະຫາຍເລຂາໜ່ວຍພັກ ແລະ ສະມາຊິກພັກ, ສືບຕໍ່ຜັນຂະຫຍາຍແນວທາງຂອງພັກ, ປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ຂອງພັກ ແລະ ຮຽກຮ້ອງໃຫ້ບັນດາຄະນະໜ່ວຍພັກກົມ,ຈົ່ງເຊີດຊູຄວາມເປັນແບບຢ່າງ ນໍາພາສ້າງຄວາມສາມັກຄີເປັນປຶກແຜ່ນ, ສືບຕໍ່ຊີ້ນຳ-ນຳພາໜ້າທີ່ການເມືອງໃຫ້ສຳເລັດຕາມຄາດໝາຍ.
ສ່ວນວຽກງານກວດກາເປັນວຽກງານໜຶ່ງທີ່ສອດຫ້ອຍ ແລະ ຄຽງຄູ່ກັບທຸກຂົງເຂດວຽກງານ ໂດຍສະເພາະວຽກງານກວດກາຂົງເຂດການເງິນ ແມ່ນມີຄວາມສໍາຄັນຫລາຍຕໍ່ການບັນລຸໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະບໍລິຫານງານພັກກະຊວງການເງິນ; ການປະຕິບັດໜ້າທີ່ວຽກງານກວດກາເປັນວຽກໜຶ່ງທີ່ຫຍຸ້ງຍາກພໍສົມຄວນ ຈຶ່ງຈະເຫັນທາດແທ້ປະກົດການຫຍໍ້ທໍ້ຂອງຖັນແຖວສະມາຊິກພັກ ທັງເປັນເຄື່ອງມືວັດແທກຜົນສຳເລັດການນຳພາຂອງພັກ ແລະ ການຈັດຕັ້ງປະຕິບັດລະບຽບກົດໝາຍຂອງລັດ,ທັງແມ່ນມາດຕະການຕົ້ນຕໍໃນການກະຕຸກ, ຊຸກຍູ້ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ມີປະສິດຕິຜົນ, ມີຄວາມສັກສິດ, ໜັກແໜ້ນ, ເຂັ້ມແຂງເພື່ອກ້າວສູ່ລັດແຫ່ງກົດໝາຍ.