ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ

ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ - 20200723 canva white house usa 1024x576 1 - ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ
ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ - kitchen vibe - ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ

ສຳນັກ່າວ AP ລາຍງານເມື່ອວັນທີ 9 ມິຖຸນາ 2022 ຜ່ານມາ, ໃຫ້ຮູ້ວ່າ: ໄດ້ມີພະນັກງານຊ່ວຍວຽກລະດັບສູງ ແລະ ລະດັບຕໍ່າ ໃນທຳນຽບຂາວຂອງສະຫະລັດອາເມລິກາ ໄດ້ພາກັນລາອອກຈາກວຽກຢ່າງເປັນຂະບວນການ ເນື່ອງຈາກວ່າ ພວກເຂົາເຮັດວຽກຢູ່ໃນສະພາບທີ່ແກ່ຍາວເວລາຈົນເໜື່ອຍລ້າທາງດ້ານຈິດໃຈ ແລະ ຮ່າງກາຍ, ເງິນເດືອນກໍຕໍ່າ…

ທັງໝົດນັ້ນໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງພວກເຂົາຢ່າງຮ້າຍແຮງ ແລະ ພວກເຂົາໄດ້ໄປຊອກວຽກເຮັດງານທຳຢູ່ໃນບັນດາລັດຕ່າງໆ ຫລື ຫົວໜ່ວຍທຸລະກິດເອກະຊົນ ທີ່ມີເງິນເດືອນສູງກວ່າເທົ່າຕົວ ແລະ ມີເວລາເຮັດວຽກທີ່ເໝາະສົມກວ່າ.

ຜູ້ຊ່ວຍວຽກທ່ານ ໄບເດັນ ກ່າວວ່າ: ການລາອອກຂອງພະນັກງານໃນທຳນຽບຂາວນັ້ນ ບໍ່ແມ່ນການໝົດສັດທາ ຫລື ບໍ່ໄດ້ກ່ຽວຂ້ອງຫຍັງກັບ ບົດບາດການນໍາພາຂອງ ທ່ານ ໄບເດັນ ແລະ ກໍບໍ່ແມ່ນການປະທ້ວງແບບງຽບໆ ແຕ່ຢ່າງໃດ.
ສະຖິຕິຂອງກະຊວງແຮງງານສະຫະລັດ(DOL) ໃຫ້ຮູ້ຕື່ມອີກວ່າ: ແຕ່ລະເດືອນ ຢູ່ໃນສະຫະລັດອາເມລິກາ ມີຜູ້ຄົນລາອອກຈາກວຽກປະມານ 4 ລ້ານຄົນ ໃນປີຜ່ານມາ.

ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ - 5 - ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ
ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ - 4 - ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ
ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ - 3 - ພະນັກງານໃນທຳນຽບຂາວພາກັນຫລັ່ງໄຫລອອກຈາກວຽກ