ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສົ່ງສານອວຍພອນ ວັນຊາດຟີລິບປິນຄົບຮອບ 124 ປີ
ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 124 ປີ ວັນທີ 12 ມິຖຸນາໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນຟີລິບປິນເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນອົບອຸ່ນ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດໄລຍະ 6 ທົດສະວັດທີ່ຜ່ານມາ ທ່າມກາງສິ່ງທ້າທາຍຫຼາຍຢ່າງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນດີງາມດັ່ງກ່າວ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໃນທຸກໆດ້ານໃນອະນາຄົດ ເພື່ອນໍາເອົາຄວາມຈະເລີນຮຸ່ງເຮືອງ ແລະ ຜົນປະໂຫຍດມາສູ່ປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນ ຟີລິບປິນ ເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ