ຊາຍໜຸ່ມສ້າງ ເພຈ ປອມຫຼອກເອົາເງິນ
ເຈົ້າໜ້າທີ່ຕຳຫຼວດ ແຂວງບັກນິງ(ຫວຽດນາມ) ໃຫ້ຮູ້ວ່າ: ຍ້ອນມີຄວາມຕ້ອງການຢາກໄດ້ເງິນມາຫຼີ້ນກິນຢູມເຟືອຍ, ສະນັ້ນໃນ ລະຫວ່າງເດືອນມີນາ 2022 ຜ່ານມາ, ທ້າວ ຮຽວ ໄດ້ສ້າງບັນຊີ ເຟສບຸກ ປອມຂຶ້ນມາ ພາຍໃຕ້ຊື່ເພຈວ່າ “ຫງວຽນຕວນ” ເພື່ອໂຄຊະນາຂາຍລົດດຸດລາຄາຍ່ອມເຍົານຳເຂົ້າຈາກລາວ.
ເມື່ອມີລູກຄ້າມາຖາມຊື້, ເຂົາກໍບອກວ່າ ຕ້ອງມັດຈຳໄວ້ກ່ອນ 20-30% ຂອງມູນຄ່າ, ພາຍຫຼັງໄດ້ຮັບເງິນມັດຈຳແລ້ວ, ປະມານ 7-10 ວັນຈະນຳລົດເຂົ້າມາໃຫ້. ແຕ່ໃນເມື່ອໄດ້ຮັບເງິນມັດຈຳແລ້ວ ເຂົາບໍ່ໄດ້ເອົາລົດມາໃຫ້ຕາມທີ່ບອກໄວ້ ແຕ່ຫາກຫາຍຕົວມິດງຽບໄປ.
ເຂົາທຳການຫຼອກລວງແບບນີ້ມາແຕ່ເດືອນມີນາ ຫາ ເດືອນພຶດສະພາ 2022, ສາມາດຫຼອກເອົາໄດ້ເງິນຈາກ 14 ຄົນ ທີ່ຢູ່ຕ່າງແຂວງ ແລະ ທ້ອງຖິ່ນຕ່າງໆ ໄດ້ເງິນທັງໝົດ 7,3 ຕື້ດົງ.
ຜ່ານການກວດສອບຂອງເຈົ້າໜ້າທີ່ຕຳຫຼວດ ສາມາດຢຶດໂທລະສັບໄດ້ 2 ເຄື່ອງ, ບັດທະນາຄານ 1 ອັນ, ເງິນສົດຫຼາຍກວ່າ 200 ລ້ານດົງ ແລະ ລົດໃຫຍ່ 2 ຄັນ(Maybach + Vinfast) ຊຶ່ງເປັນຊັບສົມບັດຂອງ ຮຽວ ເອງ.
ແຫຼ່ງຂ່າວ: ໜັງສືພິມແຮງງານ(Lao Động)