ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ

ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ - 286962315 1730700607277158 3038349368426377049 n - ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ
ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ - kitchen vibe - ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ

ຄະນະນໍາຂອງແຂວງ ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍທ່ານ ຄຳຈັນ ສີດາວົງ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ,ທ່ານ ປອ ວັນແສງ ແກ້ວບຸນພັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຮ່ວມກັບຄະນະນຳຂອງເມືອງທ່າປາງທອງ ໃນວັນທີ 9ມິຖຸນາ 2022 ໂດຍມີ ທ່ານ ຄໍາປະສົງ ຂົງຄໍາ ເຈົ້າເມືອງທ່າປາງທອງ ພ້ອມດ້ວຍຄະນະນໍາຂອງເມືອງ ໄດ້ຮ່ວມເຮັດວຽກຮ່ວມກັບຄະນະນຳຂອງແຂວງໃນຄັ້ງນີ້ດ້ວຍ.

ໃນໂອກາດນີ້, ທ່ານ ຄຳປະສົງ ຂົງຄຳ ກໍ່ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງເມືອງທ່າປາງທອງ, ເຊິ່ງໃນນີ້ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເມືອງທ່າປາງທອງ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ມະຕິສະບັບເລກທີ 07/ລບ, ລົງວັນທີ 4 ຕຸລາ 2021, ແຜນຂະຫຍາຍປະຕິບັດວາລະແຫ່ງຊາດຂອງແຂວງສະຫວັນນະເຂດ, ຈາກນັ້ນກໍ່ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຂະແໜງການກ່ຽວຂ້ອງ ແລະສ້າງເປັນແຜນຂະຫຍາຍ ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ(2021-2023)ຢູ່ເມືອງທ່າປາງທອງ ໃຫ້ສອດຄ່ອງແທດເໝາະກັບສະພາບທ່າແຮງພາຍໃນເມືອງ, ສ່ວນການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ(2021-2023),ໂດຍຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຮັບປະກັນຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.

ຈາກນັ້ນ, ທ່ານເຈົ້າແຂວງ ກໍ່ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳ ໂດຍທ່ານໄດ້ເນັ້ນໜັກໃຫ້ມີການຮັບປະກັນໃນດ້ານການຈັດເກັບລາຍຮັບ, ການນຳໃຊ້ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນເຂົ້າໃນການພັດທະນາເສດຖະກິດຂອງເມືອງໃຫ້ເຂັ້ມແຂງ, ຍົກສູງແນວຄິດເພິ່ງຕົນເອງ, ກຸ້ມຕົນເອງ ແລະອາໄສຄວາມດຸໝັ່ນເພື່ອຫຼຸດຕົ້ນທຶນໃນການຜະລິດ. ພ້ອມນັ້ນທ່ານເຈົ້າແຂວງຍັງໃຫ້ທິດຊີ້ນຳເພີ່ມຕື່ມໃນດ້ານການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດຕື່ມອີກ. ຕໍ່ມາ, ທ່ານເຈົ້າແຂວງ ແລະຄະນະກໍ່ໄດ້ລົງເບິ່ງການປູກໝາກສົ້ມໂອຂອງປະຊາຊົນບ້ານກຸດຮີ ເຊິ່ງປູກໝາກສົ້ມໂອເປັນສິນຄ້າໃນເນື້ອທີ່ຫຼາຍເຮັກ(ມີຕົ້ນໝາກສົ້ມໂອປະມານ 800 ກວ່າຕົ້ນ)ທີ່ມີໝາກດົກໜາ ແລະ ໄດ້ໄປເບິ່ງຟາມລ້ຽງງົວຂອງປະຊາຊົນບ້ານຫ້ວຍໝື່ນ, ໄປເບິ່ງການປູກເຂົ້ານາປີຂອງປະຊາຊົນບ້ານແດນສະຕຶງ ແລະໄປເບິ່ງເຂດແດນລະຫວ່າງເມືອງທ່າປາງທອງ ແຂວງສະຫວັນນະຂດ ແລະເມຶອງຕຸ້ມລານແຂວງສາລະວັນ./.

ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ - 3 - ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ
ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ - 5 - ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ
ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ - 4 - ທ່ານເຈົ້າແຂວງ ສະຫວັນນະເຂດ ແລະ ພະແນກການກ່ຽວຂ້ອງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ເມືອງທ່າປາງທອງ