ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ ວຽກງານຕ້ານພະຍາດ HIV/AIDS

ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS - 287076820 328355862805470 8952055313347694809 n - ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS
ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS - kitchen vibe - ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS

ໃນວັນທີ 9 ມິຖຸນາ 2022 ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມລະດັບສູງ ເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຖະແຫຼງການທາງການເມືອງ ວ່າດ້ວຍວຽກງານຕ້ານພະຍາດ HIV/AIDS ທີ່ໄດ້ຖືກຮັບຮອງໃນວັນທີ 8 ມິຖຸນາ 2021 ຜ່ານມາ. ວຽກງານຕ້ານ HIV/AIDS ແມ່ນສ່ວນໜຶ່ງຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 3 ວ່າດ້ວຍ “ການມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ” ທັງເປັນການຮັບປະກັນໃຫ້ປະຊາຄົມໂລກ ກັບຄືນສູ່ທິດທາງເພື່ອສາມາດສູ້ຊົນຕ້ານກັບພະຍາດ AIDS ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ສຸຂະພາບໃຫ້ໄດ້ພາຍໃນປີ 2030.

ພາຍຫຼັງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໄດ້ກ່າວເປີດກອງປະຊຸມ ພາກອະພິປາຍທົ່ວໄປ ໄດ້ສືບຕໍ່ດໍາເນີນ ໂດຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ເພື່ອຮັບຟັງການປະກອບຄໍາຄິດເຫັນຈາກບັນດາປະເທດສະມາຊິກອົງການ ສປຊ ແລະ ຕາງໜ້າໃຫ້ແກ່ກຸ່ມປະເທດຕ່າງໆ ຊຶ່ງສ່ວນໃຫຍ່ແມ່ນໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນລະດັບສາກົນ ເພື່ອສະໜັບສະໜູນຄວາມພະຍາຍາມເພື່ອບັນລຸເປົ້າໝາຍ ແລະ ສິ່ງທ້າທາຍດ້ານສຸຂະພາບ ກໍຄືຄວາມພະຍາຍາມໃນການຕ້ານພະຍາດ AIDS ໃຫ້ສຳເລັດໃນປີ 2030.
ສິ່ງທ້າທາຍໃນການປະຕິບັດຕົວຈິງ ເຫັນວ່າຍັງມີຊ່ອງວ່າງ ແລະ ຄວາມແຕກໂຕນກັນ ໃນການສະໜອງທຶນເຂົ້າໃສ່ວຽກງານດັ່ງກ່າວ ແລະ ການຊຸກຍູ້ສົ່ງເສີມດ້ານເຕັກໂນໂລຊີການແພດ ການປັບປຸງການເຂົ້າເຖິງຢາປິ່ນປົວຢູ່ບັນດາປະເທດກຳລັງພັດທະນາ,ການສ້າງຂີດຄວາມສາມາດ ການຄົ້ນຄວ້າ ແລະ ພັດທະນາດ້ານການແພດ.

ອີງຕາມຂໍ້ມູນຂອງອົງການ UNAIDS ຍັງພົບວ່າ ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດເອດ ຍັງມີອັດຕາຫຼຸດລົງບໍ່ຫຼາຍ ແລະ ການບັນລຸເປົ້າໝາຍດັ່ງກ່າວໃນປີ 2030 ຍັງເປັນສິ່ງທ້າທາຍ. ດັ່ງນັ້ນ ບັນດາປະເທດໃນໂລກຕ້ອງເພີ່ມທະວີຄວາມສາມັກຄີ ແລະ ຄວາມຮັບຜິດຊອບຮ່ວມກັນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຕົກລົງກັນໃນຖະແຫຼງການທາງການເມືອງດັ່ງກ່າວ ໂດຍສະເພາະ ການເອົາໃຈໃສ່ເລັ່ງລັດການຄົ້ນຄວ້າຊອກຫາວັກຊີນ ແລະ ການປິ່ນປົວ ເພີ່ມການລົງທຶນໃສ່ວຽກງານຄົ້ນຄ້ວາ ການພັດທະນາທາງວິທະຍາສາດ ແລະ ປະດິດສ້າງຕ່າງໆ ເພື່ອເຮັດໃຫ້ປະຊາຄົມໂລກມີສຸຂະພາບແຂງແຮງຂຶ້ນ ແລະ ຮັບປະກັນບໍ່ມີໃຜຖືກປະຖິ້ມໄວ້ທາງຫຼັງ. ສະນັ້ນ ຖ້າຫາກບັນດາປະຊາຊາດໃນໂລກ ສາມາດແບ່ງປັນຄວາມຮັບຜິດຊອບໃນການເພີ່ມທະວີການຈັດສັນຊັບພະຍາກອນຢ່າງສະເໝີພາບ ແລະ ຍົກລະດັບການແກ້ໄຂຮ່ວມກັນ ພວກເຮົາຈິ່ງຈະສາມາດເອົາຊະນະພະຍາດ AIDS ໄດ້.
ອົງການ ສປຊ ໄດ້ກໍານົດໃຫ້ວັນທີ 1 ທັນວາໃນທຸກໆປີ ເພື່ອສະເຫຼີມສະຫຼອງວັນສາກົນຕ້ານ AIDS.

ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS - 5 - ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS
ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS - 4 - ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS
ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS - 3 - ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS