ປາກິດສະຖານຫລຸດມື້ເຮັດວຽກ ເພື່ອຮັບມືວິກິດພະລັງງານ
ປາກິດສະຖານກຽມປັບຈຳນວນມື້ເຮັດວຽກຕໍ່ອາທິດຈາກ 6 ມື້ ລົງມາຢູ່ 5 ມື້ ເພື່ອຫລຸດການໃຊ້ເຊື້ອໄຟ ແລະ ພະລັງງານ ເຊິ່ງເປັນສ່ວນໜຶ່ງຂອງແຜນອະນຸລັກພະລັງງານທີ່ໄດ້ຮັບການອະນຸມັດຈາກຄະນະລັດຖະບານ.
ວັນທີ 10 ມິຖຸນາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ການຫລຸດມື້ເຮັດວຽກ ເກີດຂຶ້ນເນື່ອງຈາກບັນຫາໄຟຟ້າດັບຫລາຍຊົ່ວໂມງ. ຂະນະທີ່ຄວາມຕ້ອງການໃຊ້ໄຟຟ້າໃນຊ່ວງລະດູຮ້ອນເພີ່ມສູງຂຶ້ນ ໃນເວລາດຽວກັບລາຄາເຊື້ອໄຟທົ່ວໂລກເຊິ່ງແພງຂຶ້ນ ຖືເປັນປັດໄຈພາຍນອກທີ່ເຂົ້າມາເພີ່ມແຮງກົດດັນ ແລະ ເງິນຣູປີປາກິດສະຖານທີ່ອ່ອນຄ່າຢ່າງໜັກເມື່ອທຽບໃສ່ເງິນໂດລາສະຫະລັດ.
“ພວກເຮົາກຳລັງຜະເຊີນວິກິດຮຸນແຮງ… ມັນຈຳເປັນຫລາຍທີ່ຈະຕ້ອງໃຊ້ມາດຕະການອະນຸລັກພະລັງງານ ແລະ ເຮົາຈຳເປັນຕ້ອງໃຊ້ທຸກວິທີເພື່ອປະຢັດພະລັງງານ” ນາງ ມາຣີຢຳ ອໍຣັງເຊບ ລັດຖະມົນຕີກະຊວງຂໍ້ມູນຂ່າວສານປາກິດສະຖານ ກ່າວໃນການຖະແຫລງຂ່າວ.
ຫລັງຈາກນາຍົກລັດຖະມົນຕີ ເຊບາ ຊາຣີຟ ເຂົ້າຮັບຕຳແໜ່ງຜູ້ນຳປາກິດສະຖານໃນເດືອນເມສາຜ່ານມາ, ທ່ານເພີ່ມມື້ເຮັດວຽກເປັນ 6 ມື້ຕໍ່ອາທິດ ເຊິ່ງມີມື້ພັກຄືວັນອາທິດ ໂດຍໃຫ້ເຫດຜົນກ່ຽວກັບການເພີ່ມຄວາມສາມາດໃນການຜະລິດ. ເຖິງຢ່າງໃດກໍຕາມ, ຜົນທີ່ຕາມມາຄື ການໃຊ້ເຊື້ອໄຟ ແລະ ພະລັງງານໄຟຟ້າຂອງເຈົ້າໜ້າທີ່ລັດ ແລະ ລູກນ້ອງເພີ່ມສູງຂຶ້ນ.
ນອກຈາກນີ້, ການຕັດເບ້ຍລ້ຽງເຊື້ອໄຟທາງການ 40% ໃຫ້ຄະນະລັດຖະບານ ແລະ ເຈົ້າໜ້າທີ່ລັດ ໄດ້ຮັບການອະນຸມັດເປັນສ່ວນໜຶ່ງຂອງແຜນອະນຸລັກພະລັງງານສະບັບໃໝ່ເຊັ່ນກັນ. ນາງ ອໍຣັງເຊບ ກ່າວ.
ທັງນີ້, ປາກິດສະຖານປະສົບເຫດໄຟດັບຫລາຍຊົ່ວໂມງໃນໄລຍະເດືອນຜ່ານມາ ໂດຍພື້ນທີ່ໃຈກາງເມືອງເກີດໄຟດັບ 4-6 ຊົ່ວໂມງຕໍ່ມື້, ສ່ວນພື້ນທີ່ຊົນນະບົດ ໄຟດັບດົນກວ່າ 8 ຊົ່ວໂມງ ທ່າມກາງອຸນຫະພູມທົ່ວປະເທດເພີ່ມສູງ ຈົນເຖິງ 50 ອົງສາ ໃນບາງພື້ນທີ່.
ອ້າງອີງ: