ມາເລເຊຍກຽມຕັ້ງ “ສາງສຳຮອງໄກ່” ເພື່ອແກ້ໄຂບັນຫາຂາດເຂີນ
ລັດຖະບານມາເລເຊຍກຽມຈັດຕັ້ງ “ສາງສຳຮອງໄກ່” ເພື່ອບັນເທົາວິກິດການຂາດເຂີນໄກ່ ຈົນເຖິງຂັ້ນຕ້ອງໂຈະການສົ່ງອອກ.
ວັນທີ 10 ມິຖຸນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງກະສິກຳ ແລະ ອຸດສາຫະກຳອາຫານຂອງມາເລເຊຍ ອອກຖະແຫລງການໃນວັນທີ 9 ມິຖຸນາ ເລື່ອງການຈັດຕັ້ງ “ສາງສຳຮອງໄກ່” ເພື່ອເພີ່ມປະສິດທິພາບໃຫ້ແກ່ຄວາມພະຍາຍາມຮັກສາຄວາມໝັ້ນຄົງທາງອາຫານ ເຊິ່ງລວມທັງການຄວບຄຸມລາຄາອາຫານຂອງຕະຫລາດພາຍໃນປະເທດບໍ່ໃຫ້ສູງຈົນເກີນໄປ.
ທັງນີ້, ມາເລເຊຍສ້າງຄວາມຕົກຕະຫລຶງໃຫ້ຫລາຍປະເທດໃນພາກພື້ນ ໂດຍສະເພາະສິງກະໂປ ເມື່ອໂຈະສົ່ງອອກໄກ່ນັບແຕ່ວັນທີ 1 ມິຖຸນາຜ່ານມາ “ຈົນກວ່າສະຖານະການດ້ານຄ່າຄອງຊີບພາຍໃນປະເທດຈະດີຂຶ້ນ” ໂດຍລາຄາໄກ່ໃນມາເລເຊຍປັບສູງຂຶ້ນຢ່າງຕໍ່ເນື່ອງໃນຊ່ວງ 3 ເດືອນຜ່ານມາ ເຊິ່ງເປັນຜົນກະທົບຈາກສົງຄາມລະຫວ່າງຣັດເຊຍກັບຢູເຄຣນ ທີ່ສັ່ນຄອນຕ່ອງໂສ້ອຸປະທານໂລກຢ່າງໜັກ.
ເຖິງວ່າລັດຖະບານມາເລເຊຍຍັງບໍ່ໄດ້ເປີດເຜີຍຢ່າງເປັນທາງການ ວ່າຈະດຳເນີນການແນວໃດເພື່ອຈັດຕັ້ງສາງສຳຮອງໄກ່, ແຕ່ຄາດໝາຍວ່າ: ສະຖານະການທີ່ເຄັ່ງຕຶງນັບແຕ່ເດືອນກຸມພາຈະເລີ່ມດີຂຶ້ນໃນເດືອນນີ້ ແລະ ພາກລັດມີມາດຕະການຊ່ວຍເຫລືອກະສິກອນ ລວມທັງການຫລຸດຄ່າໄຟຟ້າ ແລະ ການຊ່ວຍຈັດຫາແຮງງານຕ່າງປະເທດ ເພື່ອບັນເທົາສະພາບຂາດເຂີນແຮງງານໃນປະເທດນຳອີກ.
ອ້າງອີງ:
https://www.reuters.com/article/malaysia-inflation-chicken/malaysia-to-set-up-chicken-stockpiles-to-overcome-shortages-id