ຢາກໃຫ້ເງິນກີບແຂງຄ່າຕ້ອງເລັ່ງແກ້ໄຂບັນຫາບົນຄວາມເປັນເຈົ້າ
ໂດຍ: ທິດກໍ່າ
ໃນຄວາມເປັນຈິງແລ້ວ, ເວົ້າເລື່ອງທິດສະດີ, ການວາງແຜນ ຕະຫລອດຮອດການອອກຕົວບົດກົດໝາຍ ນັບທັງນິຕິກຳ, ຄຳຂວັນຕ່າງໆ ໃນຫລາຍໆປີຜ່ານມາ ພວກເຮົາເຮັດໄດ້ດີ, ຖ້າຈະຄິດໄລ່ເອົາສະຖິຕິ ຫລື ນັບເປັນຕົວເລກຕົວຜາແມ່ນໄດ້ຫລາຍຮ້ອຍຫລາຍພັນສະບັບ, ແຕ່ມາເບິ່ງໃນພາກປະຕິບັດຕົວຈິງແລ້ວ ເຫັນວ່າຍັງມີຈຸດອ່ອນ ແລະ ຄ້າງຄາໃນຫລາຍຂອດ ເປັນຕົ້ນເວົ້າແລ້ວເຮັດບໍ່ໄດ້ ຫລືວ່າ ເຮັດໄດ້ແຕ່ບໍ່ບັນລຸຕາມຄາດໝາຍທີ່ໄດ້ກຳນົດເອົາໄວ້, ຊ້ຳບໍ່ໜຳ ບາງຄຳຂວັນທີ່ມີເນື້ອໃນປຸກລະດົມຄົມຊັດເບິ່ງຄືປ່ອຍປະລະເລີຍໄປຕາມຍະຖາກຳ, ສຸດທ້າຍມາກາຍເປັນໂມຄະ ຫລື ຖືກຫລົງລືມ ແລະ ມະຫັບມະຫາຍໄປຕາມການເວລາ.
ຕົວຢ່າງ: ຄຳຂວັນຂອງທະນາຄານທີ່ໄດ້ໂຄສະນາແຜ່ນໃຫຍ່ໂຕມະໂຫຖານໃນບ່ອນສາທາລະນະ ແຕ່ບໍ່ມີໃຜສົນໃຈປະຕິບັດຕໍ່ຄຳຂວັນດັ່ງກ່າວ ເຊັ່ນຄຳຂວັນ “ຢູ່ເມືອງລາວ ໃຊ້ແຕ່ເງິນກີບ” ຍິ່ງໄປກວ່ານັ້ນ ຄົນລາວເຮົາເອງຈຳນວນບໍ່ໜ້ອຍຍັງພາກັນຫັນໄປນິຍົມໃຊ້ເງິນຕາຕ່າງປະເທດຊື້ຂາຍກັນພາຍໃນຢ່າງເສລີ ຈົນເຮັດໃຫ້ຄຸນຄ່າຂອງເງິນກີບຖືກຕີຖອຍຫລົງລືມໄປຕາມການເວລາຢ່າງໜ້າສົມເພດເວດທະນາ.
ຕໍ່ສະພາບການທີ່ເປັນໜ້າວິຕົກກັບຄຸນຄ່າຂອງເງິນກີບລາວໃນປັດຈຸບັນ ໄດ້ກາຍເປັນບັນຫາໃຫຍ່ຂອງປະເທດທີ່ຈະຕ້ອງພ້ອມກັນແກ້ໄຂໃຫ້ເດັດຂາດ ແລະ ເຖິງກົກເຖິງຮາກ. ກົງກັນຂ້າມ ຖ້າພວກເຮົາບໍ່ພ້ອມກັນເຢີກແກ້ໄຂ ເງິນກີບລາວກໍຍິ່ງຈະດິ່ງລົງເຫລວບໍ່ໄວກໍຊ້າ ເໝືອນດັ່ງຫລາຍໆປະເທດທີ່ເຄີຍປະສົບພົບພໍ້ມາເຊັ່ນ: ປະເທດຊິມບຳເວ, ເລບານອນ, ຕວກກີ, ເວເນຊູເອລາ, ສີລັງກາ ເຫລົ່ານີ້ເປັນຕົ້ນ. ສະເພາະໃນເດືອນພຶດສະພາຜ່ານມາ, ລະດັບອັດຕາເງິນເຟີ້ຂອງລາວເຮົາສູງເຖິງ 12,8% ໃນຮອບ 15 ປີ ແລະ ປັດຈຸບັນໄດ້ຈັດຢູ່ໃນອັນດັບທີ 6 ຂອງໂລກໄປແລ້ວ.
ຫາກຕັ້ງໂຈດກັນວ່າ, ຕໍ່ສະພາບການທີ່ເກີດຂຶ້ນນີ້ ພວກເຮົາຈະຫາທາງອອກແນວໃດ ? ຄຳຕອບມັນກໍມີຫລາຍປັດໄຈ ແຕ່ວ່າໃນໄລຍະປັດຈຸບັນທັນດ່ວນນີ້ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດເພື່ອຊີ້ນຳ ແລະ ວາງມາດຕະການອັນຮີບດ່ວນໃນການແກ້ໄຂບັນຫານ້ຳມັນເຊື້ອໄຟຂາດເຂີນ, ລາຄາສິນຄ້າຂຶ້ນສູງ ແລະ ບັນຫາເງິນເຟີ້ ໃນນີ້ຍັງໄດ້ວາງ 5 ມາດຕະການແກ້ໄຂໃຫ້ມີຜົນສຳເລັດຢ່າງເປັນຮູບປະທຳໂດຍໄວ.
ແນວໃດກໍດີ, ໃນ 5 ມາດຕະການນີ້ ເປັນພຽງວິທີການແກ້ໄຂໃນສະເພາະໄລຍະປັດຈຸບັນ, ແຕ່ບັນຫາການແກ້ໄຂໃນໄລຍະຍາວນານນັ້ນ ຍັງມີຫລາຍປັດໄຈທີ່ເກາະກ່າຍເຊື່ອມໂຍງກັນ ເຊັ່ນບັນຫາໃຫຍ່ໆຂອງມັນກໍຄື ປະເທດເຮົາຕ້ອງເປັນເອກະລາດທາງດ້ານເສດຖະກິດຢ່າງເຕັມຕົວ ຈຶ່ງຈະເຮັດໃຫ້ຄຸນຄ່າຂອງເງິນກີບລາວຫວນຄືນມາຟື້ນຕົວໄດ້.
ຢາກເຮັດໄດ້ ລັດຕ້ອງມີມາດຕະການອັນເດັດຂາດກັບພວກສວຍໂອກາດຫາກິນນຳເງິນ ໂດຍສະເພາະຄືພວກແລກປ່ຽນເງິນແບບຊະຊາຍທີ່ເປັນຕົ້ນເຫດຂອງບັນຫາ. ຄົນລາວເຮົາຕ້ອງປຸກລະດົມກັນມີຈິດໃຈຮັກຊາດ ແລະ ພັດທະນາເຊັ່ນ: ປະຕິບັດຄຳຂວັນ “ຢູ່ເມືອງລາວ ໃຊ້ແຕ່ເງິນກີບ” ໃຫ້ປາກົດຜົນເປັນຈິງ. ຖ້າບຸກຄົນ, ນິຕິບຸກຄົນໃດຝ່າຝືນຕ້ອງປັບໃໝໃສ່ໂທດຕາມກໍລະນີ.
ສະຫລຸບແລ້ວ ຖ້າຢາກໃຫ້ເງິນກີບລາວແຂງຄ່າ ຄົນລາວຕ້ອງດຸໝັ່ນທຳການຜະລິດເປັນສິນຄ້າ ເພື່ອສົ່ງອອກໄປຂາຍຕ່າງປະເທດໃຫ້ຫລາກຫລາຍ ທັງຫລວງຫລາຍ, ເຮັດໃຫ້ການສົ່ງອອກຫລາຍກວ່າການນຳເຂົ້າເປັນສິບທົບຊາວທົບ. ພິເສດປະເທດລາວເຮົາມີຄຳຫລາຍ ຕ້ອງເອົາຄຳໄປຄ້ຳປະກັນຢູ່ໃນທະນາຄານໂລກ ເພື່ອເຮັດໃຫ້ເງິນກີບຍືນຍົງໝັ້ນຄົງ ແລະ ແຂງຄ່າ ແຕ່ຖ້າປະປ່ອຍໃຫ້ພວກນາຍທຶນຂຸດຄົ້ນບໍ່ຄຳຈະໝົດໄປພາຍໃນຫ້າປີ ຫລື ສິບປີ ສຸດທ້າຍມາຜູ້ຮັ່ງກໍແມ່ນພວກນາຍທຶນກັບບຸກຄົນໄດ້ເປັນຜູ້ສະເຫວີຍສຸກ, ບາດຜູ້ທຸກຍາກແມ່ນປະເທດຊາດ ແລະ ປະຊາຊົນ.