ເດິ ຢອງ ສົ່ງສັນຍານພ້ອມຍ້າຍມາຢູ່ກັບ ແມນເຊສເຕີ ຢູໄນເຕັດ

ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງພຣີເມຍລີກ ອັງກິດ ໃກ້ສົມຫວັງໃນຕົວ ແຟຣັງກີ ເດິ ຢອງ ກອງກາງຊາວຮອນແລນ ຂອງສະໂມສອນ ບາເຊໂລນາ ຫລັງນັກເຕະສົ່ງສັນຍານແລ້ວວ່າ ພ້ອມຈະຍາຍມາເປັນສະມາຊິກໃຫມ່ຂອງທີມ ຜີແດງ ໃນໄລຍະ ລະດູການນີ້ ໂດຍເຫລືອພຽງຖ້າໃຫ້ທັງ 2 ສະໂມສອນ ສາມາດບັນລຸຂໍ້ຕົກລົງເລື່ອງຄ່າເມື່ອຍກັນໄດ້ເທົ່ານັ້ນ.
‘‘ The Athletic ’’ ສື່ຊັ້ນນຳຂອງອັງກິດລາຍງານວ່າ : ແມນເຊສເຕີ ຢູໄນເຕັດ ວາງເປົ້າໄປທີ່ ແຟຣັງກີ ເດິ ຢອງ ເອົາໄວ້ເປັນເປົ້າ ຫມາຍເບີ 1 ໃນການເສີມທີມລະດູການນີ້ ຕາມໃບສັ່ງຂອງ ເອຣິກ ເທນ ຮາກ ຜູ້ຈັດການທີມຄົນໃຫມ່ທີ່ຕ້ອງການດຶງ ອະດີດດາວ ເຕະ ອາແຈັກ ອຳເຕີດຳ ກັບມາຮ່ວມງານກັນອີກເທື່ອຫນຶ່ງໃນຖິ່ນ ໂອນ ແທຣບຟອດ ແລະ ຫລັງຈາກທີ່ສົນໃຈມາຢ່າງຍາວນານ ຫລ້າສຸດດາວເຕະອາຍຸ 25 ປີ ກໍໃຈອ່ອນສົ່ງສັນຍານວ່າພ້ອມຈະຍ້າຍມາຮ່ວມງານກັບເຈົ້ານາຍເກ່ົາອີກເທື່ອຫນຶ່ງເຊັ່ນດຽວກັນ.
ຂະນະທີ່ ບາເຊໂລນາ ກໍພ້ອມຈະປ່ອຍກອງກາງທີມຊາດຮອນແລນອອກຈາກທີມ ເພື່ອນຳເງິນຄ່າຕົວມາຊ່ວຍຄຳຊູສະຖານະ ການທາງການເງິນຂອງສະໂມສອນເຊັ່ນດຽວກັນ ໂດຍຕັ້ງຄ່າຕົວເອົາໄວ້ທີ່ 70 ລ້ານປອນ.
ແນວໃດກໍຕາມ ແມນເຊສເຕີ ຢູໄນເຕັດ ບໍ່ພ້ອມຈ່າຍເງິນຈຳນວນມະຫາສານຕາມທີ່ ບາເຊໂລນາ ຮຽກຮ້ອງ ແລະ ພວມພະຍາ ຍາມເຈລະຈາຕໍ່ລອງກັບ ບາເຊໂລນາ ຢູ່ໃນເວລານີ້.