ທີມຊາດເວລ ໄປບານໂລກໃນຮອບ 64 ປີ ຫລັງເຂົ້າຮອບສຸດທ້າຍບານໂລກ 2022
‘‘ ເດລີ ເມລ’’ ສື່ຊື່ດັງຂອງອັງກິດເປີດເຜີຍວ່າ ທີມຊາດເວລ ກຽມຮັບລາງວັນແຫ່ງຄວາມສຳເລັດຈາກການຄວ້າໂຄ ຕາໄປຫລິ້ນ ບານໂລກ 2022 ຮອບສຸດທ້າຍທີ່ກາຕາ ໃນເດືອນພະຈິກນີ້ ເຊິ່ງຖືເປັນຄັ້ງທີ 2 ຂອງປະເທດ ແລະ ເປັນຄັ້ງທຳອິດໃນຮອບ 64 ທີ່ໄດ້ໄປຫລິ້ນບານໂລກຮອບສຸດທ້ຍາ ຕໍ່ຈາກປີ 1958 ເຊິ່ງຄັ້ງທຳອິດນັ້ນເຂົ້າຮອບ 8 ທີມ ກ່ອນເສຍໃຫ້ ບຣາຊິລ ທີມແຊ໊ມໃນປີນັ້ນ 0-1.
ລາຍງານລະບຸວ່າ ທີມຊາດເວລ ຈະໄດ້ຮັບເງິນລາງວັນອັດສີດຈາກສະຫະພັນບານເຕະນາໆຊາດ ຫລື ຟີຟາ 1,5 ລ້ານປອນ, ຫລັງຈາກເຂົ້າຮອບສຸດທ້າຍໄປຫລິ້ນບານໂລກ 2022 ເພື່ອເປັນງົບປະມານສຳລັບການກຽມທີມກ່ອນເຂົ້າສູ່ການແຂ່ງ ຂັນໃນເດືອນພະຈິກນີ້ ໂດຍ ທີມຊາດເວລ ຢູ່ໃນກຸ່ມຮ່ວມກັບ ອັງກິດ, ອີຣ່ານ ແລະ ສະຫະລັດ ອາເມລິກາ.
ຫລັງຈາກນັ້ນ ຖ້າຫາກ ເວລ ບໍ່ຜ່ານຮອບແບ່ງກຸ່ມກໍຈະຍັງໄດ້ຮັບເງິນລາງວັນຈາກການເຂົ້າຮ່ວມການແຂ່ງຂັນບານໂລກ ຮອບສຸດທ້າຍຈາກ ຟີຟາ ອີກປະມານ 8 ລ້ານປອນ ເຮັດໃຫ້ພວກເຂົາຮັບປະມານເງິນຢ່າງຫນ້ອຍເກືອບ 10 ລ້ານປອນ ແຕ່ກໍມີໂອກາດທີ່ຈະໄດ້ຫລາຍກວ່ານັ້ນຕາມຜົນງານໃນແຂ່ງຂັນ ຫາກສາມາດຊະນະ, ສະເຫມີ ຫລື ຜ່ານເຂົ້າສູ່ຮອບ 4 ທີມສຸດທ້າຍໄດ້ສຳເລັດ.