ເຊລຊີ ຫວັງຄວ້າກອງຫລັງ ເປແອສເຊ ເສີມກອງຫລັງຮັບລະດູການໃຫມ່
June 10, 2022 - 9:22 PM
ສຳນັກຂ່າວ ບິລ ລາຍງານວ່າ ເຊລຊີ ສະໂມສອນຈາກພຣີເມຍລີກ ອັງກິດ ກຽມແຜນຄວ້າ ເປຣສເນລ ຄິມເປມເບ ກອງຫລັງຂອງ ເປແອສເຊ ສະໂມສອນດັງຈາກຝຣັ່ງ.
ກ່ອນຫນ້ານີ້ ເຊລຊີ ຫາກໍເສຍກອງຫລັງຕົວຫລັກຄື ອັນໂຕນີໂອ ຣູດີເກີ ທີ່ຍ້າຍໄປຢູ່ກັບ ຣຽວ ມາດຣິດ ເຮັດໃຫ້ພວກເຂົາຕ້ອງ ນັກເຕະໃຫມ່ເຂົ້າມາແທນ ໂດຍວາງເປົ້າໄປທີ່ ເປຣສເນລ ຄິມເປມເບ ຂອງສະໂມສອນ ປາຣີສ ແຊັງ ແຊັກແມັງ.
ໂດຍລາຍງານລະບຸວ່າ ໂທມັສ ທູເຄິລ ຜູ້ຈັດການທີມຂອງເຊລຊີ ໄດ້ເຮັດບັນຊີລາຍຊື່ຂອງກອງຫລັງລາຍນີ້ໄວ້ເປັນຕົວເລືອກ ທີ່ຈະເຂົ້າມາຍົກລະດັບກອງຫລັງຂອງທີມໃນລະດູການຫນ້າ.
ຖ້າຫາກ ຄິມເປມເບ ຕັດສິນໃຈຍ້າຍມາຫລິ້ນໃນກັບເຊລຊີ ແທ້ ກໍຈະຖືເປັນການກັບມາຮ່ວມງານກັນອີກເທື່ອຫນຶ່ງລະຫວ່າງ ຄິມເປມເບ ກັບ ຕີອາໂກ ຊິລວາ ນຳອີກ.